ວັນທີ 5 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນກອງປະຊຸມຄັ້ງທີ 40 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່່າງລັດຖະບານຫວຽດນາມ-ລາວ  ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງທັງສອງປະເທດຫວຽດນາມ ແລະລາວ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. ພາບ: vov.vn.

ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ອວຍພອນບັນດາຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມສໍາຄັນເຊິ່ງ ຫວຽດນາມ ບັນລຸໄດ້ໃນປີ 2017; ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງພັກ, ລັດ, ລັດຖະບານ ແລະປະຊາຊົນຫວຽດນາມ ທີ່ຍາມໃດກໍ່ສະຫງວນການສະໜັບສະໜູນ ແລະການຊ່ວຍເຫຼືອອັນໃຫຍ່ຫຼວງສໍາລັບພາລະກິດການປະຕິວັດຂອງປະຊາຊົນລາວ. ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕີລາຄາສູງຄວາມໝາຍຂອງກອງປະຊຸມຄັ້ງທີ 40 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່່າງລັດຖະບານຫວຽດນາມ-ລາວ; ເຊື່ອໝັ້ນວ່າກອງປະຊຸມຈະປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະແທດຈິງຢ່າງແຮງ, ນໍາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລາວ-ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານອັນໃຫຍ່ຫຼວງ, ສໍາຄັນເຊິ່ງພັກ, ລັດ ແລະປະຊາຊົນລາວ ອ້າຍນ້ອງບັນລຸໄດ້ໃນປີຜ່ານມາ. ທ່ານກໍ່ເນັ້ນໜັກວ່າສາຍພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນແບບພິເສດ, ຕ້ອງເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນພິເສດການຮ່ວມມືກັບ ລາວ ໃນພາລະກິດພັດທະນາປະເທດຊາດ ແລະຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຍູ້ແຮງສາຍພົວພັນອ້າຍນ້ອງສະໜິດສະໜົມ, ການຮ່ວມມືຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນທຸກຂົງເຂດ.

leftcenterrightdel
                             ບັນຍາກາດທີ່ກອງປະຊຸມ. ພາບ: vov.vn.

ທີ່ກອງປະຊຸມ, ສອງຝ່າຍຕີລາຄາສູງໝາກຜົນແຫ່ງການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ໃນປີ 2017, ສອງຝ່າຍໄດ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະບັນດາຂໍ້ຕົກລົງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງມີປະສິດທິຜົນ; ພິເສດ, ສອງຝ່າຍໄດ້ຈັດຕັ້ງປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2017 ເປັນຢ່າງດີ. ຮ່ວມມືໃນບັນດາຂົງເຂດການເມືອງ, ການທູດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການພົບປະແລກປ່ຽນປະຊາຊົນນັບມື້ນັບໄດ້ຮັບການເພີ່ມທະວີ ແລະພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ພິເສດແມ່ນຂົງເຂດການສຶກສາ-ບໍາລຸງສ້າງໄດ້ຮັບການຍູ້ແຮງ. ວົງເງິນການຄ້າຫວຽດນາມ-ລາວ ປີ 2017 ບັນລຸໄດ້ກວ່າ 935 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 13,6% ເມື່ອທຽບໃສ່ປີ 2016, ປະຕິບັດສໍາເລັດລື່ນກາຍເປົ້າໝາຍທີ່ໄດ້ວາງອອກ.

ໃນປີ 2018, ສອງຝ່າຍໄດ້ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາຖະແຫຼງການຮ່ວມ ແລະຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ; ບັນດາຂໍ້ຕົກລົງລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດເປັນຢ່າງດີ; ໃນນັ້ນມີຂໍ້ຕົກລົງໃນກອງປະຊຸມຄັ້ງທີ 40 ນີ້; ຊຸກຍູ້ສາຍພົວພັນດ້ານການເມືອງ-ການທູດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການລົງທຶນ, ການຄ້າ, ສູ້ຊົນນໍາວົງເງິນສອງສົ້ນປີ 2018 ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2017;  ເປີດກວ້າງການຮ່ວມມືບໍາລຸງສ້າງແຫຼ່ງຊັບພະຍາກອນມະນຸດ...

ບົນຈິດໃຈຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ສອງປະເທດສະໜັບສະໜູນ ແລະຮ່ວມມືຢູ່ບັນດາອົງການຈັດຕັ້ງ, ເວທີປາໄສຢູ່ພາກພື້ນ ແລະໃນໂລກເປັນຢ່າງດີ.

ນີ້ແມ່ນເທື່ອທີສອງທີ່ທ່ານນາຍົກລັດຖະມົນຕີສອງປະເທດຫວຽດນາມ-ລາວ ເປັນປະທານຮ່ວມກອງປະຊຸມຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ, ສະແດງຄວາມຕັດສິນໃຈຂອງການນໍາສອງປະເທດໃນການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືປີ 2018 ເປັນຢ່າງດີ.

ພາຍຫຼັງກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ເປັນສັກຂີພິຍານບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດລົງນາມໃນເອກະສານຮ່ວມມື 12 ສະບັບໃນບັນດາຂົງເຂດ: ເສດຖະກິດການຄ້າ, ການລົງທຶນ, ການສຶກສາ ແລະບໍາລຸງສ້າງ, ພະລັງງານ...

 

ແປໂດຍ: ຫງວຽນກຸກ