ທີ່ການເຮັດວຽກ, ທ່ານ ມາຍຕ໋ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ແຈ້ງໃຫ້ຊາບບາງຈຸດໃຫຍ່ກ່ຽວກັບສະພາບເສດຖະກິດ-ສັງຄົມຂອງຫວຽດນາມ, ທ່ານກໍ່ສະແດງຄວາມປິຕິຊົມຊື່ນຕໍ່ບັນດາຜົນງານແຫ່ງການພັດທະນາເສດຖະກິດ-ສັງຄົມຂອງລາວ ໃນປີ 2017, ພ້ອມທັງຖືວ່າ ໝາກຜົນຢ່າງຕັ້ງໜ້າທີ່ບັນລຸໄດ້ແມ່ນຍ້ອນມີຄວາມເອົາໃຈໃສ່, ຊີ້ນໍາຢ່າງຂ້ຽວຂາດຂອງນາຍົກລັດຖະມົນຕີສອງທ່ານ, ໃນນັ້ນມີການປະກອບສ່ວນຂອງຫ້ອງວ່າການລັດຖະບານແຕ່ລະປະເທດໃນວຽກງານເປັນເສນາທິການສັງລວມ. ທ່ານ ມາຍຕ໋ຽນຢຸງ ຖືວ່າ, ໃນປີ 2017, ສອງຫ້ອງວ່າການລັດຖະບານຫວຽດນາມ ແລະ ລາວ ໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນທີ່ໃກ້ຊິດສະໜິດສະໜົມ, ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືລວມລະຫວ່າງສອງປະເທດ.

leftcenterrightdel
ທ່ານ ມາຍຕ໋ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ. ພາບ: Chinhphu.vn

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໋ຽນຢຸງ ສະເໜີໃນໄລຍະຈະມາເຖິງສອງຝ່າຍຍູ້ແຮງການຜັນຂະຫຍາຍບັນດາເນື້ອໃນຮ່ວມມືກວ່າອີກເຊິ່ງສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາຄືຈັດຕັ້ງບັນດາຄະນະພະນັກງານ, ນັກວິຊາການມາແລກປ່ຽນ, ຖອດຖອນບົດ ຮຽນເຊິ່ງກັນ ແລະກັນ; ພິຈາລະນາຈັດຕັ້ງກອງປະຊຸມສໍາມະນາລວມໃນປີ 2018 ໃນເວລາ, ສະຖານທີ່ທີ່ເໝາະສົມ; ຍົກສູງບົດບາດຂອງສອງຫ້ອງວ່າການລັດຖະບານໃນການຮ່ວມມືລວມຂອງສອງປະເທດ...

ຕີລາຄາສູງຄໍາຄິດເຫັນຂອງທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໋ຽນຢຸງ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລາວ ເຫັນດີເປັນເອກະພາບໂດຍຖືວ່າ, ການພົວພັນຮ່ວມມືຂອງສອງຫ້ອງວ່າການລັດຖະບານໃນໄລຍະຜ່ານມາໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ ແລະປາດຖະໜາວ່າ, ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນການປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ.

 

ແປໂດຍ: ຫງວຽນກຸກ