ໃນວັນດຽວກັນ, ຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄຳມ່ວນ ໂດຍທ່ານພັນເອກ ແກ້ວດາວົງ ໄຊຍາແສງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄຳມ່ວນ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ທະຫານປ້ອງກັນຊາຍແດນ ກວາງບິ່ງ.

ຕາງໜ້າກອງບັນຊາການທະຫານປ້ອງກັນຊາຍແດນ ຮ່າຕິ້ງ, ທ່ານພັນເອກ ຫວໍຕ໋ຽນຫງີ້, ຮອງຫົວໜ້າກອງບັນຊາການ, ຫົວໜ້າເສນາທິການ, ໄດ້ແຈ້ງໃຫ້ຄະນະຜູ້ແທນແຂວງ ບໍລິຄຳໄຊ ແລະທ່ານ ສຸວັນນີ ໄຊຊະນະ ຮັບຊາບກ່ຽວກັບໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບກັນລະຫວ່າງທະຫານປ້ອງກັນຊາຍແດນ ຮ່າຕິ້ງ ກັບກຳລັງຕຳຫຼວດ, ທະຫານແຂວງ ບໍລິຄຳໄຊ ໃນການປະຕິບັດໜ້າທີ່ຄຸ້ມຄອງ, ປ້ອງກັນຊາຍແດນ, ຕໍ່ຕ້ານ ແລະສະກັດກັ້ນອາດຊະຍາກຳ,  ຊ່ວຍເຫຼືອປະຊາຊົນລາວ ພັດທະນາເສດຖະກິດ, ສົ່ງເສີມສຸຂະພາບ...

leftcenterrightdel
ທ່ານ ສຸວັນນີ ໄຊຊະນະ ມອບຂອງຂວັນໃຫ້ແກ່ທະຫານປ້ອງກັນຊາຍແດນແຂວງ ຮ່າຕິ້ງ. ພາບ: ມິງຕ່ວານ.

ຕາງໜ້າການນຳແຂວງ ບໍລິຄຳໄຊ, ທ່ານ ສຸວັນ ໄຊຊະນະ ໄດ້ຮັບຮູ້ ແລະຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າຂອງທະຫານປ້ອງກັນຊາຍແດນ ຮ່າຕິ້ງ ໃນວຽກງານກໍ່ສ້າງ ແລະພັດທະນາສາຍພົວພັນທີ່ເປັນມູນເຊື້ອພິເສດລະຫວ່າງກຳລັງປະກອບອາວຸດ ແລະປະຊາຊົນແຂວງ ຮ່າຕິ້ງ ແລະແຂວງ ບໍລິຄຳໄຊ.

ມາຢ້ຽມຢາມ, ອວຍພອນປີໃໝ່ທະຫານປ້ອງກັນຊາຍແດນ ກວາງບິ່ງ, ທ່ານພັນເອກ ແກ້ວດາວົງ ໄຊຍາແສງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຄຳມ່ວນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໃນບັນດາວຽກງານ ແລະແຈ້ງໃຫ້ກັນຊາບສະພາບການປະກົດຂຶ້ນໃນບໍລິເວນຊາຍແດນ ແລະສະພາບການເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ ຄຳມ່ວນ; ພ້ອມທັງ, ສົ່ງຄຳອວຍພອນປີໃໝ່ເຖິງພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ກວາງບິ່ງ ແລະຄອບຄົວ ເນື່ອງໃນໂອກາດໃກ້ຈະຮອດບຸນປີໃໝ່ປະຈຳຊາດປີຈໍ 2018.

ສອງຝ່າຍໄດ້ແຈ້ງໃຫ້ກັນຊາບ, ແລກປ່ຽນເປັນເອກະພາບ ແລະຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານສົມທົບກັນ, ແກ້ໄຂສະພາບການ; ກວດກາ, ຕໍ່ສູ້ ແລະສະກັດກັ້ນບັນດາການເຄື່ອນໄຫວລະເມີດກົດໝາຍ ແລະຕ້ານທຳລາຍຂອງອິດທິກຳລັງທີ່ເປັນປໍລະປັກ, ປະຕິການເພື່ອມີມາດຕະການຮັບມືຢ່າງທັນການ.

 

ແປໂດຍ: ຮຸຍດົງ