ເນື້ອໃນໂທລະເລກອວຍພອນຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ ມີຕອນຂຽນວ່າ:

ພັກປະຊາຊົນປະຕິວັດ ລາວ ແລະປະຊາຊົນບັນດາລາວບັນດາເຜົ່າ ຊົມເຊີຍບັນດາຜົນງານ ແລະໄຊຊະນະອັນໃຫຍ່ຫຼວງ ເຊິ່ງ ພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນຕະຫຼອດໄລຍະ 88 ປີຜ່ານມາ ແລະຖືບັນດາຜົນງານ, ໄຊຊະນະຂອງຫວຽດນາມ ຄືຂອງຕົນເອງ, ພ້ອມທັງເປັນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງ, ເຂັ້ມແຂງສຳລັບ ສປປ ລາວ ໃນພາລະກິດປົກປັກຮັກສາ ແລະພັດທະນາປະເທດຊາດ.

ພັກປະຊາຊົນປະຕິວັດ ລາວ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ, ໃນຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດລາວ-ຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີທັງລວງກວ້າງ ແລະລວງເລິກໃນທຸກຂົງເຂດ, ນໍາມາ ເຊິ່ງຜົນປະ    ໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ ແລະພິເສດແມ່ນປີ 2017 ຜ່ານມາ, ສອງປະເທດໄດ້ຈັດຕັ້ງສໍາເລັດປີສາມັກຄີ, ມິດຕະພາບ.

leftcenterrightdel
ທ່ານເອກອັກຄະລັດຖະທູດ ຫງວຽນບ໋າຮຸ່ງ ຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ, ໃນຕອນເຊົ້າວັນທີ 2 ກຸມພາ. ພາບ: nhandan.com.vn.

ພັກ, ລັດ ແລະປະຊາຊົນ ລາວ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບຫວຽດນາມປົກປັກຮັກສາ ແລະເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ ແລະປະໄວ້ໃຫ້ຄົນຮຸ່ນລູກຮຸ່ນຫຼານໃນພາຍພາກໜ້າ, ເພື່ອຜົນປະໂຫຍດຂອງສອງຊົນຊາດ, ເພື່ອສັນຕິພາບ, ມິດຕະພາບ ແລະການຮ່ວມມືຢູ່ພາກພື້ນ ແລະໃນໂລກ.

ແລະກໍ່ໃນໂອກາດນີ້, ທ່ານນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ໄດ້ສົ່ງໂທລະເລກອວຍພອນເຖິງທ່ານ ຮວ່າງບິ່ງກວນ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ.

 

ແປໂດຍ: ຮວ່າງເຈື່ອງ