ວັນທີ 31 ມັງກອນ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນເຫວ້ ສົມທົບກັບສະຫະພັນແມ່ຍິງແຂວງ ເທື່ອທຽນເຫວ້ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນ 136 ພູດ ໃຫ້ແກ່ປະຊາຊົນ ບ້ານ ກະໂລ ແລະ ບ້ານ ເຊຊາບ, ເມືອງ ກະລຶມ, ແຂວງ ເຊກອງ, ປະເທດ ລາວ.

leftcenterrightdel
ຄະນະຈັດຕັ້ງມອບຂອງຂວັນໃຫ້ປະຊາຊົນຢູ່ ບ້ານ ເຊຊາບ. ພາບ: ງອັກບິ່ງ.

ນີ້ແມ່ນການເຄື່ອນໄຫວເພື່ອສະແດງອາລົມຈິດຮັກແພງຊ່ວຍເຫຼືອກັນ, ຄວາມເອົາໃຈໃສ່ຂອງພະນັກງານ, ນັກຮົບທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນເຫວ້ ຕໍ່ກັບປະຊາຊົນລາວ, ຜ່ານນັ້ນຮັດແໜ້ນນ້ຳໃຈສາມັກຄີແບບພິເສດຫວຽດນາມ-ລາວ, ກໍ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ໃນໄລຍະຜ່ານມາ, ທະຫານປ້ອງກັນຊາຍແດນແຂວງ ເທື່ອທຽນເຫວ້ ໄດ້ຜັນຂະຫຍາຍການເຄື່ອນໄຫວແທດຈິງຫຼາຍຢ່າງ, ຊ່ວຍເຫຼືອປະຊາຊົນຢູ່ບ້ານ ກະໂລ ແລະ ບ້ານ ເຊຊາບ ຄື: ໜູນຊ່ວຍກໍ່ສ້າງເຮືອນ, ໜູນຊ່ວຍແນວພັນພືດ, ສັດລ້ຽງ, ຈັດຕັ້ງບັນດາການເຄື່ອນໄຫວໂຄສະນາ, ເຜີຍແຜ່ຄວາມຮູ້, ເຕັກນິກປູກຝັງ...ຜ່ານນັ້ນ, ປະຊາຊົນປະເທດເພື່ອນບ້ານສາມາດລົບລ້າງໄດ້ຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໄດ້, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ.

ແປໂດຍ: ຮຸຍດົງ