leftcenterrightdel
ທ່ານ ຫງວຽນທ້ຽນເຍິນ, ເລຂາພັກນະຄອນ ໂຮ່ຈິມິນ ມອບຂອງຂວັນທີ່ລະນຶກໃຫ້ທ່ານ ຄຳໄຕ ສີພັນດອນ, ອະດີດເລຂາທິການໃຫຍ່, ອະດີດປະທານປະເທດລາວ. ພາບ: ສໍານັກຂ່າວສານ ຫວຽດນາມ

ທ່ານ ຄຳໄຕ ສີພັນດອນ ເນັ້ນໜັກວ່າ, ສາຍພົວພັນລະຫວ່າງສອງພັກ, ສອງລັດ ລາວ ແລະຫວຽດນາມ ແມ່ນສາຍພົວພັນແບບພິເສດ, ພ້ອມທັງຖືວ່າ, ໃນໄລຍະຈະມາເຖິງ, ສອງປະເທດ ຄວນສືບຕໍ່ຮ່ວມມື, ສະໜິດຕິດພັນ, ຊ່ວຍເຫຼືອກັນປະຕິບັດສໍາເລັດບັນດາໜ້າທີ່ສໍາຄັນຂອງສອງປະເທດແມ່ນສ້າງສາ, ພັດທະນາເສດຖະກິດ-ສັງຄົມ ກໍານົດທິດສັງຄົມນິຍົມ ແລະປົກປັກຮັກສາ,  ຮັກສາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງເຂັ້ມແຂງ.

ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ ແຕ່ວັນທີ 25 ຫາວັນທີ 27 ມັງກອນ, ຕອນບ່າຍວັນທີ 25 ມັງກອນ, ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ຄະນະຜູ້ແທນຂັ້ນສູງກະຊວງກໍ່ສ້າງຫວຽດນາມ ໂດຍທ່ານ ຟ້າມຮົ່ງຮ່າ, ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບຄະນະຄຸ້ມຄອງໂຄງການກໍ່ສ້າງຫໍສະພາແຫ່ງຊາດໃໝ່ຂອງລາວ. ນີ້ແມ່ນກິດຈະກຳເປັນຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະປະຊາຊົນລາວ.

ທີ່ການເຮັດວຽກ, ທ່ານ ຟ້າມຮົ່ງຮ່າ, ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ຢືນຢັນວ່າ, ກະຊວງກໍ່ສ້າງ ຈະເຮັດຈົນສຸດຄວາມສາມາດຂອງຕົນດ້ວຍຄວາມຕັດສິນໃຈການເມືອງສູງສຸດເພື່ອປະຕິບັດຄວາມຮັບຜິດຊອບ ເຊິ່ງພັກ, ລັດຖະບານຫວຽດນາມ ມອບໝາຍໃຫ້ເປັນຢ່າງດີ, ກໍ່ສ້າງກິດຈະກໍາຮັບປະກັນຄວາມຄືບໜ້າວາງອອກ, ດ້ວຍສະຖາປັດຕະຍະກໍາທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທໍາລາວ, ຮັບປະກັນຄຸນປະໂຫຍດໃຫ້ບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ, ສົມກັບເປັນສໍານັກງານເຮັດວຽກຂອງອົງການສິດແຫ່ງອຳນາດສູງສຸດຂອງປະຊາຊົນລາວ ແລະເປັນສັນຍາລັກທີ່ມີຊີວິດຊີວາຂອງສາຍພົວພັນແບບພິເສດສອງປະເທດ...

ແປໂດຍ: ເຈິ່ນຮວ່ຽນ