ເຂົ້າຮ່ວມກອງປະຊຸມຍັງມີທ່ານ ຟ້າມບີງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ, ໃນປີ 2017, ເຊິ່ງແມ່ນປີຂອງນໍ້າໃຈສາມັກຄີຫວຽດນາມ-ລາວ, ລາວ-ຫວຽດນາມ, ສອງຝ່າຍໄດ້ຈັດຕັ້ງການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມືຫວຽດນາມ-ລາວ ຢ່າງສົມກຽດ.

ສອງຝ່າຍໄດ້ປະຕິບັດມະຕິຂອງກົມການເມືອງສອງປະເທດ ແລະກອງປະຊຸມຄັ້ງທີ 39 ຄະນະກໍາມະການລະຫວ່າງລັດຖະບານ  ຫວຽດນາມ-ລາວ ກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ ເປັນຢ່າງດີ.

ຈາກຄວາມຮັບຮູ້ຕະຫຼອດຮອດການກະທໍາ, ທຸກຂັ້ນ, ທຸກຂະແໜງການຂອງຫວຽດນາມ ແລະລາວ ໄດ້ສົມທົບກັນປະຕິບັດແຜນນະໂຍບາຍຂອງກົມການເມືອງ, ນາຍົກລັດຖະມົນຕີສອງປະເທດເປັນຢ່າງດີໂດຍພື້ນຖານ. ບັນດາກະຊວງ, ຂະແໜງການ, ວິສາຫະກິດໄດ້ຮັບການຜັນຂະຫຍາຍຫຼາຍວຽກງານ, ຜັນຂະຫຍາຍບັນດາການສະຫຼຸບ, ແຜນນະໂຍບາຍ, ມາດຕະການເຊິ່ງສອງຝ່າຍໄດ້ວາງອອກ, ນັບທັງການແກ້ໄຂບັນດາບັນຫາຍັງຄົງຄ້າງໄດ້ເປັນຢ່າງດີ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນປີ 2018, ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ-ລາວ ໃນບັນດາຂົງເຂດຕ່າງໆ. ພາບ: baochinh phu.vn

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ໃນປີ 2018, ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍຫວຽດນາມ-ລາວ ໃນບັນດາຂົງເຂດ, ໃນນັ້ນ, ສຸມໃສ່ບາງຂົງເຂດຄື: ການຮ່ວມມືຂຸດຄົ້ນທ່າກຳປັ່ນ ຫວູງອ໋າງ, ໄຟຟ້າ...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີຄວນກະກຽມເປັນຢ່າງດີໃຫ້ກອງປະຊຸມຄັ້ງທີ 40  ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ-ລາວ ກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ-ລາວ ຈະໄດ້ຈັດຕັ້ງໃນປີນີ້, ເປັນຕົ້ນແມ່ນການກະກຽມບັນດາບົດບັນທຶກ,  ເອກະສານ, ຂໍ້ຕົກລົງການຮ່ວມມືເປັນຢ່າງດີເພື່ອໃຫ້ກອງປະຊຸມບັນລຸໄດ້ໝາກຜົນຢ່າງແທດຈິງ.

ປະຈຸບັນວິສາຫະກິດຫວຽດນາມ ໄດ້ລົງທຶນເຂົ້າລາວ 276 ໂຄງການດ້ວຍຍອດຈໍານວນທຶນຈົດທະບຽນລົງທຶນບັນລຸປະມານ 5 ຕື້ໂດລາສະຫະລັດ, ຢືນອັນດັບທີ 3 ໃນຈໍານວນບັນດານັກລົງທຶນຢູ່ລາວ. ຍອດຈໍານວນທຶນປະຕິບັດສະສົມບັນລຸກວ່າ 1,6 ຕື້ໂດລາສະຫະລັດ, ກວມເອົາ 32,5 %.  ຫຼາຍໂຄງການໄດ້ເຂົ້າສູ່ການເຄື່ອນໄຫວບັນລຸປະສິດທິຜົນເປັນຢ່າງດີ, ມີການປະກອບຫຼາຍດ້ານໃຫ້ລາວ, ເຊິ່ງໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກລັດຖະບານລາວ.

ວົງເງິນການຄ້າຫວຽດນາມ-ລາວ 11 ເດືອນຕົ້ນປີ 2017 ບັນລຸກວ່າ 808 ລ້ານໂດລາສະຫະລັດ, ເພີ່ມຂຶ້ນເກືອບ 10% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.

 

ແປໂດຍ: ເຈິ່ນຮວ່ຽນ