ທ່ານພົນຕີ ເລຮ່ຽນເວີນ, ຮອງຫົວໜ້າກົມໃຫຍ່ການເມືອງເຂົ້າຮ່ວມ, ເປັນປະທານ ແລະກ່າວຄໍາເຫັນຊີ້ນໍາ. ເຂົ້າຮ່ວມຍັງມີຜູ້ຕາງໜ້າຄະນະໂຄສະນາສຶກສາສູນກາງ, ທູດການທະຫານລາວ ປະຈໍາ ຫວຽດນາມ, ຫົວໜ້າບັນດາອົງການທີ່ກ່ຽວຂ້ອງ...

ການເສັງໄດ້ດຶງດູດພະນັກງານ, ນັກຮົບ, ພິເສດແມ່ນສະມາຊິກຊາວໜຸ່ມ, ເຍົາວະຊົນໃນກອງທັບເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ດ້ວຍ 215.130  ບົດເຂົ້າຮ່ວມການເສັງຂັ້ນຮາກຖານ; 152.100 ບົດເຂົ້າຮ່ວມການເສັງຂັ້ນເທິງຂັ້ນຮາກຖານ; 515 ບົດເຂົ້າຮ່ວມການເສັງຂັ້ນທົ່ວກອງທັບ ແລະ 60 ບົດແມ່ນເຂົ້າຮ່ວມການເສັງທົ່ວປະເທດ...

leftcenterrightdel
  ທ່ານພົນຕີ ເລຮ່ຽນເວີນ ມອບລາງວັນໃຫ້ບັນດານັກປະພັນໄດ້ຮັບລາງວັນທີໜຶ່ງ. ພາບ: ຮົ່ງແທ້ງ

leftcenterrightdel
       ຜູ້ຕາງໜ້າຄະນະຈັດຕັ້ງ ແລະບັນດານັກປະພັນໄດ້ຮັບລາງວັນທີສອງ. ພາບ: ຮົ່ງແທ້ງ

ກ່າວຄໍາເຫັນທີ່ລາຍການ, ຕາງໜ້າການນໍາກົມໃຫຍ່ການເມືອງ, ທ່ານພົນຕີ ເລຮ່ຽນເວີນ ຕີລາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງກົມໂຄສະນາອົບຮົມ ແລະຄະນະຊາວໜຸ່ມກອງທັບ, ກອງບັນຊາການເຫຼົ່າຮົບຊ່າງແສງກັບຄະນະພັກ, ຜູ້ບັນຊາການ, ອົງການການເມືອງທຸກຂັ້ນໃນທົ່ວກອງທັບໄດ້ຊີ້ນໍາ, ນໍາພາການເສັງໃຫ້ບັນລຸໄດ້ ເປົ້າໝາຍ, ຄວາມຮຽກຮ້ອງທີ່ວາງອອກ. ເພື່ອປະກອບສ່ວນເພີ່ມທະວີການຮ່ວມມືຮອບດ້ານ, ນໍາການພົວພັນແບບພິເສດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່, ທ່ານພົນຕີ ເລຮ່ຽນເວີນ ສະເໜີການນໍາ, ຜູ້ບັນຊາການທຸກຂັ້ນໃນທົ່ວກອງທັບສືບຕໍ່ເສີມຂະຫຍາຍໝາກຜົນການເສັງ; ເພີ່ມທະວີການໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບກ່ຽວກັບສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ...

ທີ່ລາຍການ, ຄະນະຈັດຕັ້ງມອບລາງວັນທີໜຶ່ງໃຫ້ທ່ານພັນເອກພິເສດ ຟານຈັກແທ່ງດົ້ງ, ນັກຄົ້ນຄວ້າ, ສະຖາບັນປະຫວັດສາດການທະຫານຫວຽດນາມ; ພ້ອມກັນນັ້ນກໍ່ໄດ້ມອບລາງວັນທີສອງ 10 ລາງວັນ, ລາງວັນທີສາມ 19 ລາງວັນ, ລາງວັນຊົມເຊີຍ 26 ລາງວັນ.

 

ແປໂດຍ: ຫງວຽນກຸກ