ຢູ່ນອກກອງປະຊຸມຂັ້ນສູງຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ, ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຢູ່ນອກກອງປະຊຸມຂັ້ນສູງຮ່ວມມືແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ. ພາບ: vov.vn

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ເພື່ອຜັນຂະຫຍາຍການພົວພັນແບບພິເສດຫວຽດນາມ-ລາວ ໃນປີ 2018, ນາຍົກລັດຖະມົນຕີ 2 ທ່ານເຫັນດີເປັນເອກະພາບນຳກັນ: ຊີ້ນໍາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງສອງປະເທດສຸມໃສ່ສົມທົບກັນກະກຽມກອງປະຊຸມຄັ້ງທີ  40 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລາວ ໃນຕົ້ນປີ 2018 ໃຫ້ເປັນຢ່າງດີ, ຕາມນັ້ນ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດໃນປີ 2017 ແລະກະກຽມເນື້ອໃນຮ່ວມມືຕ່າງໆ, ສະເໜີບັນດາວິທີການແກ້ໄຂໃໝ່ບຸກທະລຸເພື່ອຍົກສູງປະສິດທິຜົນການຮ່ວມມືສອງປະເທດໃນປີ 2018; ຊຸກຍູ້ຜັນຂະຫຍາຍບັນດາເນື້ອໃນສັນຍາຮ່ວມມືຫວຽດນາມ-ລາວ ໄລຍະ 2016–2020, ເສີມຂະຫຍາຍຜົນສຳເລັດ ແລະນ້ຳໃຈປີສາມັກຄີມິດຕະພາບຫວຽດນາມ-ລາວ 2017.

ສອງຝ່າຍຢັ້ງຢືນວ່າຈະສືບຕໍ່ນໍາການພົວພັນດ້ານການເມືອງສອງປະເທດເຂົ້າສູ່ລວງເລິກ; ສົມທົບກັນຜັນຂະຫຍາຍບັນດາມາດຕະການຢ່າງລະອຽດ; ຂ້ຽວຂາດ; ຄົບຊຸດເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ສຸມໃສ່ບັນດາໂຄງການລົງທຶນຈຸດສຸມ, ເຊື່ອມຕໍ່ທາງດ້ານເສດຖະກິດ, ຄົມມະນາຄົມ, ຕັ້ງໜ້າໂຄສະນາເຖິງປະຊາຊົນ, ເປັນຕົ້ນແມ່ນຄົນຮຸ່ນໜຸ່ມຂອງສອງປະເທດໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ.

 

ແປໂດຍ: ເຈິ່ນຮວ່ຽນ