ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກ໋ວກຫຽນ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຖືສໍາຄັນ ແລະສະຫງວນບຸລິມະສິດສູງໃຫ້ແກ່ການຮັກສາ, ເສີມຂະຫຍາຍສາຍພົວພັນສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ; ຢືນຢັນຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະສ້າງສາພັດທະນາປະເທດ ລາວ ຢ່າງແຮງ ແລະຮອບດ້ານ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການຮ່ວມມືລະຫວ່າງກໍາມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມຂອງສະພາແຫ່ງຊາດ ລາວ ກັບກໍາມາທິການເສດຖະກິດຂອງສະພາແຫ່ງຊາດຫວຽດນາມ ເວົ້າສະເພາະ ແລະບັນດາກໍາມາທິການດ້ານວິຊາສະເພາະຂອງສະພາແຫ່ງຊາດສອງປະເທດເວົ້າລວມ; ພ້ອມທັງເນັ້ນໜັກວ່າສະພາແຫ່ງຊາດຫວຽດນາມ ຈະຮ່ວມມືກັບສະພາແຫ່ງຊາດລາວຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂສະດວກເພື່ອຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເປັນຢ່າງດີ.

leftcenterrightdel
ທ່ານ ຟຸ່ງກ໋ວກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ ບຸນປອນ ສີສຸລາດ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ ສະພາແຫ່ງຊາດ ລາວ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກ໋ວກຫຽນ ໃຫ້ຮູ້ວ່າ: ສະພາແຫ່ງຊາດຫວຽດນາມ ກໍາລັງຕັ້ງໜ້າກະກຽມການຈັດຕັ້ງກອງປະຊຸມເວທີປາໄສລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 26 ໃນລະຫວ່າງວັນທີ 17-20 ມັງກອນ ທີ່ ຮ່າໂນ້ຍ; ຢືນຢັນວ່າສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກຕ້ອນຮັບປະທານສະພາແຫ່ງຊາດລາວ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ມາເຂົ້າຮ່ວມເຫດການນີ້. ທ່ານຮອງປະທານສະພາແຫ່ງຊາດ ເນັ້ນໜັກວ່ານີ້ຈະເປັນການສະໜັບສະໜູນທີ່ມີຄວາມໝາຍ, ປະກອບສ່ວນເພື່ອໃຫ້ສະພາແຫ່ງຊາດຫວຽດນາມ ຈັດຕັ້ງສໍາເລັດເຫດການສໍາຄັນນີ້.

ທີ່ການຕ້ອນຮັບ, ທ່ານ ບຸນປອນ ສີສຸລາດ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຢີ ແລະສິ່ງແວດລ້ອມ ສະພາແຫ່ງຊາດລາວ ໃຫ້ຮູ້ວ່າ: ການປະຕິຮູບ, ປັບປຸງກົດໝາຍວ່າດ້ວຍທີ່ດິນແມ່ນໜຶ່ງໃນບັນດາຈຸດສຸມບຸລິມະສິດໃນການເຄື່ອນໄຫວນິຕິບັນຍັດຂອງສະພາແຫ່ງຊາດລາວໃນປີ 2018. ພ້ອມທັງຢືນຢັນວ່າໃນໄລຍະຈະມາເຖິງສອງກໍາມາທິການຂອງສະພາແຫ່ງຊາດສອງປະເທດ ຈະສືບຕໍ່ຜັນຂະຫຍາຍການເຄື່ອນໄຫວພົບປະແລກປ່ຽນຫຼາຍຢ່າງເພື່ອແບ່ງປັນ, ຮຽນຮູ້ບົດຮຽນ ເຊິ່ງກັນ ແລະກັນໃນວຽກງານນິຕິບັນຍັດຫຼາຍຢ່າງຕື່ມອີກ...

 

ແປໂດຍ: ກວຽດເຕິມ