ທີ່ການພົບປະເຈລະຈາ, ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບີ່ງ ຊົມເຊີຍຄະນະ, ພ້ອມທັງເນັ້ນໜັກວ່າສານປະຊາຊົນສອງປະເທດຫວຽດນາມ-ລາວ ເຄີຍມີ ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອແລ້ວ. ໃນຊຸມປີຜ່ານມາ, ສານປະຊາຊົນສອງປະເທດໄດ້ ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງ ຄື ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ, ໜູນຊ່ວຍບໍາລຸງສ້າງຜູ້ພິພາກສາ, ສົ່ງພະນັກງານຫຼາຍຄະນະມາຢ້ຽມຢາມ ແລະເຮັດວຽກ, ແບ່ງປັນບົດຮຽນພິພາກສາ. ກ່ຽວກັບວຽກງານບໍາລຸງສ້າງໃຫ້ພະນັກງານ, ຜູ້ພິພາກສາຫຼາຍຄົນ ແລະພະນັກງານລະບົບສານປະຊາຊົນລາວ ໄດ້ມາຮໍ່າຮຽນ ແລະບໍາລຸງສ້າງຢູ່ຫວຽດນາມ. ພິເສດ, ສານປະຊາຊົນສອງປະເທດໄດ້ ແລະກໍາລັງສົມທົບກັນສ້າງໂຄງການ “ໜູນຊ່ວຍສານປະຊາຊົນສູງສຸດລາວ ສ້າງຕັ້ງສານບໍລິຫານໃນລະບົບສານປະຊາຊົນ”. ໃນປະຈຸບັນສອງຝ່າຍໄດ້ລົງນາມໃນບົດບັດທຶກສະເໜີລັດຖະບານສອງປະເທດນໍາໂຄງການນີ້ເຂົ້າບັນຊີລາຍຊື່ບັນດາໂຄງການໄດ້ຮອງຮັບໃນປີ 2018.

leftcenterrightdel
ບັນຍາກາດລະຫວ່າງສານປະຊາຊົນຫວຽດນາມ ແລະສານປະຊາຊົນລາວ. ພາບ: vtv.vn 

ປະທານສານປະຊາຊົນ ຫງວຽນຮວ່າບີ່ງ ປາດຖະໜາວ່າ, ສານສອງປະເທດ, ພິເສດແມ່ນສານຂັ້ນແຂວງສືບຕໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນບັນດາຄະນະປະຕິບັດງານ, ບັນດາການໂອ້ລົມສົນທະນາເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນພິພາກສາ, ເພີ່ມທະວີການພົວພັນຮ່ວມມືມິດຕະພາບສອງຝ່າຍ. ດ້ວຍບັນດາຄະດີອາຍາທີ່ກ່ຽວຂ້ອງເຖິງສອງປະເທດ, ສານປະຊາຊົນສອງຝ່າຍໄດ້ສົບທົບກັນແກ້ໄຂເປັນຢ່າງດີ, ພ້ອມທັງ, ຄວນເພີ່ມທະວີການສະຫຼຸບບົດຮຽນ, ວຽກງານພຶດຕິກໍາຕົວຈິງ.

ທ່ານປະທານສານປະຊາຊົນສູງສຸດລາວ ຄໍາພັນ ສິດທິດໍາພາ ຂອບໃຈການຕ້ອນຮັບຢ່າງລອບຄອບ, ສຸດອົກສຸດໃຈ ເຊິ່ງຄະນະຜູ້ແທນສານປະຊາຊົນສູງສຸດຫວຽດນາມສະຫງວນໃຫ້ຄະນະ ແລະຢືນຢັນວ່າ: ຂະແໜງສານປະຊາຊົນລາວ ປາດຖະໜາຢາກແບ່ງປັນ, ຮ່ວມມືກັບຫວຽດນາມກ່ຽວກັບບົດຮຽນເຄື່ອນໄຫວຂອງຂະແໜງສານ, ກໍ່ຄື ກ່ຽວກັບວິທີການຮ່ວມມືລະຫວ່າງສອງຝ່າຍ, ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງຂະແໜງສານປະຊາຊົນສອງປະເທດລາວ-ຫວຽດນາມ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນນໍາການພົວພັນຮ່ວມມືລະຫວ່າງຂະແໜງສານປະຊາຊົນສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ.

ເນື່ອງໃນໂອກາດນີ້, ຕາງໜ້າພັກ, ລັດ, ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮວ່າບີ່ງ ໄດ້ມອບຫຼຽນໄຊເອກະລາດຊັ້ນ  I ໃຫ້ສານປະຊາຊົນສູງສຸດລາວ; ມອບຫຼຽນໄຊເອກະລາດຊັ້ນ II, ຊັ້ນ III ໃຫ້ບັນດາການນໍາສານປະຊາຊົນສູງສຸດລາວ; ມອບໃບຍ້ອງຍໍຂອງປະທານສານປະຊາຊົນສູງສຸດຫວຽດນາມ ໃຫ້ບາງຫົວໜ່ວຍຂຶ້ນກັບສານປະຊາຊົນລາວ.

ແປໂດຍ: ເກື່ອງດັ້ງ