ວັນທີ 29 ທັນວາ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ແລະມະຫາວິທະຍາໄລແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນະທໍາຫວຽດນາມ-ລາວ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນ.

leftcenterrightdel
ບັນດາຜູ້ແທນມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ແລະມະຫາວິທະຍາໄລແຫ່ງຊາດ ລາວ ເຂົ້າຮ່ວມການແລກປ່ຽນບັນດາບັນຫາທິດສະດີລວມກ່ຽວກັບວັດທະນະທໍາໃນໄລຍະເຊື່ອມ ໂຍງ. ພາບ: nhandan.com.vn

ກອງປະຊຸມສໍາມະນາໄດ້ດຶງດູດບັນດານັກວິທະຍາສາດທີ່ມາຈາກ 20 ມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າຂອງຫວຽດນາມ ແລະລາວ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍດ້ວຍບົດປະກອບຄຳເຫັນ 73 ບົດ. ບັນດາບົດປະກອບຄຳເຫັນສຸມໃສ່ເຂົ້າບັນດາບັນຫາລວມກ່ຽວກັບວັດທະນະທໍາໃນໄລຍະເຊື່ອມໂຍງ, ວັດທະນະທໍາ ແລະໂລກາພິວັດ; ແບ່ງປັນທັດສະນະກ່ຽວກັບການຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ, ສ້າງພື້ນຖານວັດທະນະທໍາກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດ; ເປີດອອກບັນດາວິທີການແກ້ໄຂພັດທະນາວັດທະນະທໍາໃນເງື່ອນໄຂໃໝ່ ແລະຄວາມຈຳເປັນຕ້ອງຍູ້ແຮງການຮ່ວມມືດ້ານວັດທະນະທໍາ, ການສຶກສາລະຫວ່າງສອງປະເທດ. ຜ່ານບັນດາເນື້ອໃນດັ່ງກ່າວແນໃສ່ຢືນຢັນບົດບາດສໍາຄັນຂອງວັດທະນະທໍາແມ່ນພື້ນຖານດ້ານຈິດໃຈໃຫ້ແກ່ການພັດທະນາສັງຄົມແບບຍືນຍົງຂອງແຕ່ລະປະເທດ.

ບັນດາຜູ້ແທນຖືວ່າ, ໃນໄລຍະຜ່ານມາສອງປະເທດໄດ້ຍູ້ແຮງການຮ່ວມມືຮອບດ້ານ ແລະມີປະສິດທິຜົນ, ບັນລຸໄດ້ບັນດາຜົນງານທີ່ມີຄວາມໝາຍໃນບັນດາຂົງເຂດເສດຖະກິດ, ການເມືອງ, ວັດທະນະທໍາ, ສັງຄົມ. ກ່ຽວກັບດ້ານວັດທະນະທໍາ, ທັງສອງປະເທດລ້ວນແຕ່ກໍານົດວັດທະນະທໍາແມ່ນພື້ນຖານດ້ານຈິດໃຈຂອງການພັດທະນາສັງຄົມແບບຍືນຍົງ ແລະກາຍເປັນແຫຼ່ງກໍາລັງຊຸກຍູ້ ແລະຕິດພັນກັບເສດຖະກິດ, ສັງຄົມ ແລະສິ່ງແວດລ້ອມໃນການພັດທະນາ.

ໃຫ້ຂໍ້ສັງເກດກ່ຽວກັບບົດບາດສໍາຄັນໃນວິວັດການພັດທະນາແບບຍືນຍົງຂອງແຕ່ລະປະເທດ, ທ່ານຮ.ສຈ, ປອ, Dexanourath Seneduangdeth ຮອງຫົວໜ້າພະແນກວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດລາວ ແບ່ງປັນວ່າ: ຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງສອງປະເທດຫວຽດນາມ-ລາວ ແມ່ນການທ້ອນໂຮມບັນດາຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອຂອງສອງຊາດຜ່ານປະຫວັດສາດນັບພັນປີ, ນັ້ນແມ່ນພື້ນຖານທີ່ໝັ້ນຄົງເພື່ອເສີມຂະຫຍາຍ ແລະສົມທົບກໍາລັງແຮງຂອງແຕ່ລະປະເທດກັບກໍາລັງແຮງຂອງຍຸກສະໄໝ.

ເພື່ອສືບຕໍ່ການຮັກສາ ແລະເສີມຂະຫຍາຍຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ ຫວຽດນາມ-ລາວ, ທ່ານຮ.ສຈ, ປອ ຮີ່ງແທ່ງດາດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ຖືວ່າ, ໃນແຜນນະໂຍບາຍກໍ່ສ້າງ, ພັດທະນາວັດທະນະທໍາຂອງແຕ່ລະປະເທດ, ຄວນເອົາໃຈໃສ່ເປັນພິເສດເຖິງວັດທະນະທໍາເສດຖະກິດ, ວັດທະນະທໍາອຳນາດກົດໝາຍ, ວັດທະນະທໍາຄຸນສົມບັດ, ວັດທະນະທໍາການເມືອງເພື່ອເປັນບ່ອນອີງໃຫ້ພື້ນຖານວັດທະນະທໍາທີ່ທັນສະໄໝຂອງແຕ່ລະປະເທດ.

ແປໂດຍ: ເຈິ່ນຮວ່ຽນ