ທີ່ການຕ້ອນຮັບ, ທ່ານພົນຕີ ຫງວຽນເຕີນເກືອງ, ຜູ້ບັນຊາການກອງບັນຊາການທະຫານເຂດ 4 ລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່ຂອງກໍາລັງປະກອບອາວຸດທະຫານເຂດ 4 ໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ເສີມຂະຫຍາຍມູນເຊື້ອມິດຕະພາບ, ຄວາມສາມັກຄີທີ່ມີມາແຕ່ດົນນານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນຫວຽດນາມ-ລາວ ເວົ້າລວມ, ທະຫານເຂດ 4 ພ້ອມກັບບັນດາກົມກອງ, ທ້ອງຖິ່ນຕ່າງໆຂອງລາວສືບຕໍ່ຮັກສາ ແລະເສີມຂະຫຍາຍນໍ້າໃຈສາມັກຄີ, ຄວາມເຫັນດີເຫັນພ້ອມ, ເຂົ້າສູ່ລວງເລິກ, ບັນລຸໄດ້ປະສິດທິຜົນຢ່າງແທດຈິງ. ໃນນັ້ນ, ພົ້ນເດັ່ນແມ່ນການຮ່ວມມືໃນບັນດາຂົງເຂດ ຄື: ກໍ່ສ້າງການເມືອງຢູ່ຮາກຖານ; ການທະຫານ, ພະລາທິການ, ເຕັກນິກ; ກໍ່ສ້າງບ້ານ ແລະບັນດາໂຄງການ; ແລກປ່ຽນຄະນະ ແລະທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ.

leftcenterrightdel
ທ່ານພົນຕີ ຫງວຽນເຕີນເກືອງ, ຜູ້ບັນຊາການກອງບັນຊາການທະຫານເຂດ 4 ມອບດອກໄມ້ໃຫ້ແກ່ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ພາບ: ເຈີ່ນຮວ່າຍ

leftcenterrightdel
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ກວດແຖວກຽດຕິຍົດທະຫານເຂດ 4. ພາບ: ເຈີ່ນຮວ່າຍ
leftcenterrightdel
ພະນັກງານຫຼັກແຫຼ່ງທະຫານເຂດ 4 ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ພາບ: ເຈີ່ນຮວ່າຍ

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ພາບ: ເຈີ່ນຮວ່າຍ

leftcenterrightdel
ທ່ານພົນຕີ ຫງວຽນເຕີນເກືອງ, ຜູ້ບັນຊາການກອງບັນຊາການທະຫານເຂດ 4 ມອບຫຼຽນກາທີ່ລະນຶກໃຫ້ແກ່ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ພາບ: ເຈີ່ນຮວ່າຍ

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ: “ໂດຍປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈິມິນ “ຊ່ວຍເພື່ອນຄືຊ່ວຍຕົນເອງ”, ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4  ໄດ້ອອກຈາກບ້ານເກີດເມືອງນອນທີ່ຮັກແພງຂອງຕົນໄປປະຕິບັດໜ້າທີ່ສາກົນ. ໃນປັດຈຸບັນ, ພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນລາວ ໃນການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມ. ບັນດາສະຫາຍໄດ້ມີໜ້າຢູ່ບັນດາກິດຈະການກໍ່ສ້າງບ້ານ, ຮ່ວມມື ແລະສົມທົບກັນຢ່າງແໜ້ນແຟ້ນກັບປະຊາຊົນ ແລະກອງທັບລາວຮັກສາຄວາມສະງຫົບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ເຂດຊາຍແດນຂອງສອງປະເທດໄວ້ຢ່າງໝັ້ນຄົງ; ສ້າງວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານລາວ; ແນະນໍາ, ຖ່າຍທອດບົດຮຽນໃນການພັດທະນາເສດຖະກິດໃຫ້ແກ່ປະຊາຊົນລາວ. ພວກຂ້າພະເຈົ້າເຫັນໄດ້ວ່າ, ຍິ່ງກວ່າເວລາໃດໝົດ, ພວກເຮົາຕ້ອງສືບຕໍ່ພັດທະນາ, ຮັກສາສາຍພົວພັນສາມັກຄີທີ່ມີຄວາມສັດຊື່ບໍລິສຸດ, ຜ່ອງໃສໃຫ້ນັບມື້ນັບເກີດດອກອອກຜົນ, ນັບມື້ນັບຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຈົນຊົ່ວກາລະນານ ເພື່ອຖ່າຍທອດໃຫ້ຄົນຮຸ່ນໜຸ່ມໃນພາຍພາກໜ້າ”.

ແປໂດຍ: ທູຈາງ