leftcenterrightdel
 ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢ້ຽມຢາມທະຫານເຂດ 4 .ພາບ: ສຳນັກຂ່າວສານຫວຽດນາມ

ພາຍຫຼັງທີ່ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ  1975, ສາຍພົວພັນຫວຽດນາມ-ລາວ ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່, ຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ກວ່າ 40 ປີທີ່ຜ່ານມາ, ເຖິງວ່າສະພາບໂລກ ແລະພາກພື້ນມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຍັງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ພັດທະນາຢ່າງແຂງແຮງ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກໆຂົງເຂດ... ນອກຈາກເລື່ອງພັກ ແລະລັດຖະບານສອງປະເທດຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການສຶກສາອົບຮົມຄົນຮຸ່ນໜຸ່ມ, ເລື່ອງບັນດາຄອບຄົວຍາມໃດກໍ່ເອົາໃຈໃສ່ສັ່ງສອນລູກຫຼານກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດກໍ່ແມ່ນສິ່ງທີ່ສໍາຄັນທີ່ສຸດ.

ທ່ານ ຈູມມາລີ ໄຊຍະສອນ ແມ່ນນັກຮົບຂອງກອງພັນທີ 2 ທີ່ມີຊື່ສຽງໂດ່ງດັງຂອງລາວ, ອະດີດເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ເຄີຍຄຽງບ່າຄຽງໄຫຼ່ສູ້ຮົບພ້ອມກັບບັນດານັກຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ຢູ່ລາວ ເປັນເວລາຫຼາຍປີ. ຍິ່ງກວ່າໃຜ ໝົດ, ທ່ານມີຄວາມເຂົ້າໃຈແຈ້ງທີ່ສຸດກ່ຽວກັບຄວາມສໍາຄັນຂອງການຖ່າຍທອດໃຫ້ແກ່ຄົນຮຸ່ນໜຸ່ມເຂົ້າໃຈກ່ຽວກັບສາຍພົວພັນຫວຽດນາມ-ລາວ ເພື່ອຈາກນັ້ນຊ່ວຍເຂົາເຈົ້າສືບຕໍ່ຮັກສາ ແລະພັດທະນາສາຍພົວພັນແບບພິເສດນີ້. ທ່ານ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໃຫ້ຮູ້ວ່າ ການນໍາຮຸ່ນຕ່າງໆມີຈິດໃຈພິລະອາດຫານ, ອົດທົົນເສຍສະຫຼະຊີວິດເພື່ອຊາດ, ລຳບາກກາກກຳ ແລະເສຍສະຫຼະເລືອດເນື້ອ ເພື່ອສໍາເລັດໜ້າທີ່ອັນສູງສົ່ງແມ່ນປົດປ່ອຍປະເທດຊາດ, ສ້າງສາ ແລະພັດທະນາປະເທດຊາດ. ທ່ານກໍ່ເນັ້ນໜັກວ່າ, ເຖິງວ່າບັນດາຄົນຮຸ່ນໜຸ່ມມີເງື່ອນໄຂດໍາລົງຊີວິດດີກວ່າກໍ່ຕາມ, ແຕ່ທ່ານຍາມໃດກໍ່ເຊື່ອໝັ້ນວ່າ ຄົນຮຸ່ນໜຸ່ມຢູ່ສອງປະເທດຫວຽດນາມ ແລະລາວ ຈະສືບທອດມູນເຊື້ອອັນດີງາມນີ້.

ຍູ້ແຮງການໂຄສະນາເຜີຍແຜ່, ສຶກສາອົບຮົມກ່ຽວກັບມູນເຊື້ອສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນຄົນຮຸ່ນໜຸ່ມສອງປະເທດຍາມໃດກໍ່ແມ່ນຍຸດໂທບາຍທີ່ພັກ ແລະລັດຖະບານລາວ-ຫວຽດນາມ ໄດ້ເອົາໃຈໃສ່ເປັນພິເສດໃນຫຼາຍປີຜ່ານມາ. ເຖິງຢ່າງໃດກໍ່ຕາມ, ສະຕິຄວາມຮັບຮູ້ຂອງປະຊາຊົນແຕ່ລະຄົນ, ພິເສດແມ່ນຂອງບັນດາຜູ້ເປັນພໍ່ເປັນແມ່ໃນການສຶກສາອົບຮົມໃຫ້ລູກຫຼານກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດກໍ່ມີບົດບາດສໍາຄັນທີ່ສຸດ, ປະກອບສ່ວນບໍ່ ແມ່ນໜ້ອຍໃນການສືບຕໍ່ຮັກສາ ແລະເພີ່ມພູນຄູນສ້າງໃຫ້ສາຍພົວພັນຫວຽດນາມ-ລາວ ໃຫ້ຍືນຍົງຄົງຕົວຕະຫຼອດໄປ.

 

ແປໂດຍ: ຫງວຽນກຸກ