ຕາງໜ້າຄະນະພັກ, ຄະນະອໍານວຍການວິທະຍາຄານການແພດ, ທ່ານພັນເອກພິເສດ ຫງວຽນວຽດເລື້ອງ, ຮອງຫົວໜ້າການເມືອງວິທະຍາຄານການແພດພ້ອມກັບພະນັກງານຫຼັກແຫຼ່ງຂອງບັນດາອົງການ, ກົມກອງສັງກັດວິທະຍາຄານການແພດໃຫ້ການຕ້ອນຮັບຄະນະ.

ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ຫງວຽນວຽດເລື້ອງ ໄດ້ແນະນໍາກັບພະນັກງານ, ນັກຂ່າວຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນລາວ ກ່ຽວກັບປະຫວັດສາດ, ມູນເຊື້ອຂອງວິທະຍາຄານການແພດ. ເປັນເວລາເກືອບ 69 ປີທີ່ໄດ້ສ້າງຕັ້ງ, ພັດທະນາ ແລະເຕີບໃຫຍ່, ວິທະຍາຄານການແພດແມ່ນໜຶ່ງໃນບັນດາວິທະຍາຄານແຖວໜ້າຂອງປະເທດ ແລະກອງທັບ, ມີໜ້າທີ່ການເມືອງຈຸດສຸມແມ່ນບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດຂະແໜງການແພດ - ການຢາ ເວົ້າລວມ ແລະການແພດການທະຫານເວົ້າສະເພາະ; ພ້ອມກັນນັ້ນກໍ່ມີລະບົບໂຮງໝໍປະຕິບັດຕົວຈິງທີ່ທັນສະໄໝທັງເຂົ້າຮ່ວມວິວັດການສຶກສາ - ບໍາລຸງສ້າງ, ທັງເຂົ້າຮ່ວມວຽກງານກວດ ແລະປິ່ນປົ່ວພະຍາດໃຫ້ແກ່ທະຫານ ແລະປະຊາຊົນ.

leftcenterrightdel
ບັນຍາກາດທີ່ການພົບປະຢູ່ວິທະຍາຄານການແພດ. ພາບ: ຕຽນດາດ-ດິງຕູ່ງ
leftcenterrightdel
ພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນ ລາວ ຢ້ຽມຊົມຫ້ອງມູນເຊື້ອ. ພາບ: ຕຽນດາດ-ດິງຕູ່ງ

ແຕ່ລະປີ, ບັນດາຮາກຖານການກວດ, ປິ່ນປົ່ວພະຍາດຂອງວິທະຍາຄານການແພດໄດ້ກວດພະຍາດໃຫ້ຄົນເຈັບກວ່າ 300.000 ເທື່ອຄົນ. ບັນດາໂຮງໝໍຂອງວິທະຍາຄານໄດ້ໜູນໃຊ້ບັນດາເຕັກນິກທີ່ກ້າວໜ້າ, ເຕັກໂນໂລຢີທັນສະໄໝເຂົ້າໃນວິວັດການບົ່ງມະຕິ ແລະປິ່ນປົວພະຍາດປະສົບຜົນສໍາເລັດ.

ກ່າວຄໍາເຫັນໃນການຢ້ຽມຢາມ ແລະຮໍ່າຮຽນຢູ່ວິທະຍາຄານການແພດ, ທ່ານພັນຕີ ບົວແກ້ວ ສິດທິວົງ, ຫົວໜ້າຄະນະປະຕິບັດງານຂອງໜັງສືພິມກອງທັບປະຊາຊົນລາວ ແບ່ງປັນວ່າ, ນີ້ແມ່ນການຮໍ່າຮຽນ, ຢ້ຽມຢາມອັນລໍ້າຄ່າ, ເຕັມໄປດ້ວຍຄວາມໝາຍເພື່ອໃຫ້ບັນດານັກຂ່າວໜັງສືພິມກອງທັບປະຊາຊົນ ລາວ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບວິທະຍາຄານ - ສະຖານທີ່ບໍາລຸງສ້າງ, ຄົ້ນຄວ້າວິທະຍາສາດຂະແໜງການແພດ - ການຢາ ຂອງກອງທັບເວົ້າສະເພາະ, ຂອງຫວຽດນາມ ເວົ້າລວມ. ແນ່ນອນວ່າຫຼັງຈາກນີ້ໄປ, ໃນບັນດາບົດຂຽນກ່ຽວກັບສາຍພົວພັນລະຫວ່າງສອງພັກ, ສອງລັດ, ສອງກອງທັບ ຫວຽດນາມ - ລາວ ເວົ້າລວມ, ຂະແໜງສາທາລະນະສຸກເວົ້າສະເພາະ, ບັນດາພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ຈະມີບັນດາຄວາມຕື້ນຕັນໃຈຢ່າງກົງໄປກົງມາ, ຮັກແພງບັນດາທ່ານໝໍ, ພະຍາບານຜ່ານການຢ້ຽມຢາມ, ຮໍ່າຮຽນທີ່ມີຄວາມໝາຍທີ່ສຸດໃນຄັ້ງນີ້.

 

ແປໂດຍ: ຫງວຽນກຸກ