ທີ່ການພົບປະ, ທ່ານ ບຸນມາ ບຸຈະເລີນ ໄດ້ສົ່ງຄໍາອວຍພອນເຖິງພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິ້ງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ 2019; ພ້ອມທັງຕີລາຄາສູງບົດບາດຂອງທະຫານຊາຍແດນແຂວງຮ່າຕິ້ງ ໃນຊຸມປີຜ່ານມາໄດ້ຊ່ວຍເຫຼືອປະຊາຊົນບັນດາໝູ່ບ້ານຊາຍແດນແຂວງບໍລິຄໍາໄຊ ໃນການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພິເສດທະຫານຊາຍແດນແຂວງຮ່າຕິ້ງ ໄດ້ສ້າງສຸກສາລາບ້ານທົ່ງແປ ເພື່ອກວດ, ປິ່ນປົວພະຍາດໃຫ້ພໍ່ແມ່ປະຊາຊົນ.

leftcenterrightdel
ການນໍາແຂວງບໍລິຄໍາໄຊ, ລາວ ອວຍພອນບຸນເຕັດພະນັກງານ, ນັກຮົບທະຫານຊາຍແດນແຂວງຮ່າຕິ້ງ. ພາບ: ເຖ໋ແມ້ງ.

ທະຫານຊາຍແດນແຂວງຮ່າຕິ້ງ ໄດ້ສົມທົບກັບບັນດາກໍາລັງປ້ອງກັນຄວາມສະຫງົບແຂວງບໍລິຄໍາໄຊ ຢ່າງມີປະສິດທິຜົນ ຄື: ແລກປ່ຽນຂໍ້ມູນຂ່າວສານ, ຈັດຕັ້ງການລາດຕະເວນສອງຝ່າຍ... ການນໍາກອງບັນຊາການທະຫານຊາຍແດນແຂວງຮ່າຕິ້ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນໍາແຂວງບໍລິຄໍາໄຊ ທີ່ໄດ້ເອົາໃຈໃສ່, ຊ່ວຍເຫຼືອ, ສ້າງເງື່ອນໄຂ ເພື່ອໃຫ້ທະຫານຊາຍແດນແຂວງຮ່າຕິ້ງ ປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

ໃນໄລຍະຈະມາເຖິງ, ກອງບັນຊາການທະຫານຊາຍແດນແຂວງຈະສືບຕໍ່ຊີ້ນໍາບັນດາຄ້າຍທະຫານຊາຍແດນຮັກສາການແຮກສ່ຽວລະຫວ່າງຄ້າຍ-ຄ້າຍ ແລະແຮກສ່ຽວລະຫວ່າງຊຸມຊົນຢູ່ສອງຟາກຊາຍແດນ. ສົມທົບກັບບັນດາກໍາລັງທີ່ກ່ຽວຂ້ອງຂອງແຂວງບໍລິຄໍາໄຊ ຢ່າງມີປະສິດທິຜົນ ເພື່ອຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນຊາຍແດນສອງແຂວງ.

ໂດຍ: ທະນາພອນ