ທີ່ກອງປະຊຸມ, ສອງຝ່າຍສະແດງຄວາມຕັດສິນໃຈຊຸກຍູ້ການເຊື່ອມຕໍ່ລະຫວ່າງສອງພ້ືນຖານເສດຖະກິດ, ໂດຍສະເພາະແມ່ນການເຊື່ອມຕໍ່ລະຫວ່າງບັນດາແຂວງຊາຍແດນ, ເອົາໃຈໃສ່ເຊື່ອມຕໍ່ການຄົມມະນາຄົມຂົນສົ່ງ, ໄຟຟ້າ, ການທ່ອງທ່ຽວ, ໂທລະຄົມມະນາຄົມ, ທະນາຄານ; ຍູ້ແຮງການແລກປ່ຽນການຄ້າຢູ່ບັນດາດ່ານຊາຍແດນ...

leftcenterrightdel
ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Sar Kheng, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ ເປັນປະທານຮ່ວມກອງປະຊຸມ. ພາບ: ຮວ່າງແທ່ງ.

ສອງຝ່າຍສະແດງຄວາມຕັດສິນໃຈເພີ່ມທະວີການລົງທຶນ, ໜູນຊ່ວຍໃຫ້ບັນດາແຂວງຊາຍແດນ, ນັບທັງຜ່ານບັນດາໂຄງການຮ່ວມມືຫຼາຍຝ່າຍໃນຂອບເຂດອະນຸພາກພື້ນຢູ່ອາຊີຕາເວັນອອກສ່ຽງໃຕ້ໃຫ້ຫຼາຍກວ່າອີກ, ພ້ອມທັງເຫັນດີເປັນເອກະພາບສົມທົບກັນຢ່າງມີປະສິດທິຜົນເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ ແລະຄວາມຮຽກຮ້ອງຕ້ອງການຂອງບັນດາແຂວງຊາຍແດນ. ສອງຝ່າຍກໍ່ເຫັນດີເປັນເອກະພາບໃນການຜັນຂະຫຍາຍ, ສ້າງເງື່ອນໄຂສະດວກໃຫ້ການລົງທຶນປູກຕົ້ນໄມ້ອຸດສາຫະກຳ ແລະຕົ້ນໄມ້ຊະນິດຕ່າງໆເພື່ອໃຫ້ບັນດາແຂວງຊາຍແດນສືບຕໍ່ຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະກັນໃນຂົງເຂດສາທາລະນະສຸກ, ການສຶກສາ-ບຳລຸງສ້າງ; ການຮ່ວມມືຢ່າງແໜ້ນແຟ້ນໃນຂົງເຂດກະສິກຳ-ປ່າໄມ້ຢູ່ເຂດຊາຍແດນ, ເພີ່ມທະວີການຮ່ວມມືໃນຂົງເຂດການວາງແຜນຜັງຊົນລະປະທານ, ການຄຸ້ມຄອງ ແລະນຳໃຊ້ແຫຼ່ງຊັບພະຍາກອນນໍ້າແມ່ນ້ຳຂອງແບບຍືນຍົງ ແລະມີປະສິດທິຜົນ.

ໂດຍ: ແສງເດືອນ