ບັນດາຫໍ່ຂອງຂວັນ, ເຄື່ອງຫຼິ້ນບຸນຕ້ອນຮັບປີໃໝ່ລວມມີຕົ້ນດອກເຜິ້ງ, ຕົ້ນໝາກແປ້ນ, ໜັງສືພິມ, ບັດອວຍພອນປີໃໝ່, ເຂົ້າໜົມ, ເຂົ້າໜຽວ, ໝາກຖົ່ວຂຽວ, ໃບຕອງ, ຊີ້ນໝູ, ຢໍ່... ຊ່ວຍພະນັກງານ, ນັກຮົບຮ້ານເວນຍາມຕ້ອນຮັບປີໃໝ່ຄືກັນກັບຜູ້ທີ່ຢູ່ໃນເຂດດິນຕໍ່ແຜ່ນຢ່າງຄົບຖ້ວນ.

leftcenterrightdel
ຄະນະປະຕິບັດງານທະຫານເຮືອເຂດ 2 ສົ່ງຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບຮ້ານເວນຍາມ DK1/12. ພາບ: ຈູງແທ່ງ.

ຕາງໜ້າໃຫ້ຄະນະພັກ, ກອງບັນຊາການທະຫານເຮືອເຂດ 2, ທ່ານພັນເອກພິເສດ ຮວິ່ງວິງຕ໊ວຽນ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງພະນັກງານ, ນັກຮົບຮ້ານເວນຍາມບັນລຸໄດ້ໃນປີຜ່ານມາ; ອວຍພອນພະນັກງານ, ນັກຮົບຮ້ານເວນຍາມຕ້ອນຮັບປີໃໝ່ 2019 ຢ່າງເບີກບານມ່ວນຊື່ນ, ປອດໄພ, ປະຢັດ, ກຽມພ້ອມສູ້ຮົບຢ່າງສູງ.

ມີນັກຂ່າວຫຼາຍຄົນມາຈາກບັນດາອົງການສື່ມວນຊົນຂັ້ນສູນກາງ ແລະທ້ອງຖິ່ນເຂົ້າຮ່ວມຄະນະປະຕິບັດງານກໍ່ສົ່ງຄໍາຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະຮ້ອງເພງມອບເປັນຂອງຂວັນໃຫ້ບັນດາພະນັກງານ, ນັກຮົບຮ້ານເວນຍາມຜ່ານເຄື່ອງໂທລະເລກ.

leftcenterrightdel
ບັນດາສະມາຊິກຂອງຄະນະປະຕິບັດງານຍົກສູງທຸງຊາດທີ່ມີລາຍເຊັນຂອງທີມຊາດຫວຽດນາມ ເພື່ອ “ສົ່ງກໍາລັງໃຈ” ມາໃຫ້ພະນັກງານ, ນັກຮົບຮ້ານເວນຍາມ. ພາບ: ຈູງແທ່ງ.

ຕາງໜ້າຜູ້ບັນຊາການບັນດາຮ້ານເວນຍາມ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຈາກພັກ, ລັດ, ກອງທັບ ແລະປະຊາຊົນທົ່ວປະເທດ; ຢືນຢັນວ່າຈະສືບຕໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ, ປົກປັກຮັກອຳນາດອະທິປະໄຕທະເລໝູ່ເກາະຂອງປະເທດໄວ້ຢ່າງໝັ້ນຄົງ.

 

ໂດຍ: ເກື່ອງດັ້ງ