ຕາມການນໍາກອງບັນຊາການທະຫານເຮືອເຂດ 4 ແລ້ວ, ເຄື່ອງຫຼິ້ນບຸນຕ້ອນຮັບປີໃໝ່ 2019 ໄດ້ຮັບປະກັນໃຫ້ແກ່ພະນັກງານ, ນັກຮົບ ແລະປະຊາຊົນເມືອງເກາະເຈື່ອງຊາ ຢ່າງຄົບຖ້ວນທາງດ້ານປະລິມານ ແລະອຸດົມສົມບູນໄປດ້ວຍສິນຄ້າຫຼາຍປະເພດ.

leftcenterrightdel
ຂົນເຄື່ອງຫຼິ້ນບຸນຕ້ອນຮັບປີໃໝ່ໃສ່ກໍາປັ່ນເພື່ອເດີນທາງຢ້ຽມຢາມໝູ່ເກາະເຈື່ອງຊາ. ພາບ: ວັນຈຸງ.
leftcenterrightdel
ພະນັກງານ, ນັກຮົບທະຫານເຮືອເຂດ 4 ເດີນທາງໄປຢ້ຽມຢາມໝູ່ເກາະເຈື່ອງຊາດ້ວຍຄວາມເບີກບານມ່ວນຊື່ນ. ພາບ: ວັນຈຸງ.

ນອກຈາກໄດ້ຮັບຂອງຂວັນຕາມການກໍານົດແລ້ວນັ້ນ, ພະນັກງານ, ນັກຮົບ ແລະປະຊາຊົນເຈື່ອງຊາ ຍັງໄດ້ຮັບຂອງຂວັນທີ່ມີຄວາມໝາຍ ແລະມີຄຸນຄ່າຈາກປະທານປະເທດ, ກະຊວງປ້ອງກັນປະເທດ, ເຫຼົ່າທັບເຮືອ, ກອງບັນຊາການທະຫານເຮືອເຂດ 4, ຄະນະກໍາມະການປະຊາຊົນແຂວງແຄ໊ງຮວ່າ ພ້ອມດ້ວຍບັນດາທ້ອງຖິ່ນ, ບັນດາອົງການຈັດຕັ້ງການເມືອງ, ສັງຄົມ, ວິສາຫະກິດ ແລະສ່ວນບຸກຄົນມອບໃຫ້ຕື່ມອີກ. ຮ່ວມເດີນທາງໄປຢ້ຽມຢາມເຈື່ອງຊາ ພ້ອມກັບພະນັກງານ, ນັກຮົບທະຫານເຮືອເຂດ 4 ໃນຄັ້ງນີ້ຍັງມີນັກຂ່າວ, ບັນນາທິການ, ອົງການສື່ມວນຊົນທີ່ມາຈາກສູນກາງ, ທ້ອງຖິ່ນ ແລະສະມາຊິກສະໂມສອນ “ໄວໜຸ່ມເພື່ອທະເລໝູ່ເກາະແຫ່ງບ້ານເກີດເມືອງນອນ” ອີກດ້ວຍ.

ໂດຍ: ໄຊຊະນະ