ຕາມອ້າຍ ເຈິ່ນຫວູແທ່ງ, ຫົວໜ້າສະໂມສອນ “ໄວໜຸ່ມເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ” ແລ້ວ, ໂດຍປະຕິບັດລາຍການ “ລະດູບານໃໝ່ເຂດຊາຍແດນ - ບຸນເຕັດຢູ່ທະເລໝູ່ເກາະ”, ສະໂມສອນໄດ້ຮັບເອົາຂອງຂວັນບຸນເຕັດກວ່າ 3.600 ພູດ ຈາກທຸກແຖບຖິ່ນໃນທົ່ວປະເທດ ເພື່ອມອບໃຫ້ພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່ປະຈໍາການໃນໂອກາດບຸນເຕັດຢູ່ໝູ່ເກາະເຈື່ອງຊາ, ຮ້ານເວນຍາມ DK1 ແລະກຸ່ມເກາະໄຕນາມ.

leftcenterrightdel
 
leftcenterrightdel
ພະນັກງານ, ນັກຮົບກອງພົນນ້ອຍ 146 ຂົນສົ່ງຂອງຂວັນບຸນເຕັດຂຶ້ນກໍາປັ່ນເພື່ອມອບໃຫ້ພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ. ພາບ: ຫງວຽນວັນຈູງ.
leftcenterrightdel
ຄວາມເບີກບານມ່ວນຊຶ່ນຂອງນັກຮົບ ເມື່ອກະກຽມອອກເດີນທາງປະຕິບັດໜ້າທີ່ຢູ່ໝູ່ເກາະເຈື່ອງຊາ. ພາບ: ຫງວຽນວັນຈູງ.
leftcenterrightdel
ຜູ້ຕາງໜ້າສະໂມສອນ “ໄວໜຸ່ມເພື່ອທະເລໝູ່ເກາະຂອງບ້ານເກີດເມືອງນອນ” ມອບຂອງຂວັນໃຫ້ພະນັກງານ, ນັກຮົບຢູ່ໝູ່ເກາະເຈື່ອງຊາ. ພາບ: ຫງວຽນວັນຈູງ.
leftcenterrightdel
ຄະນະຊາວໜຸ່ມແຂວງແຄ໋ງຮວ່າ ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ທີ່ເກາະຕ່າງໆຢູ່ໝູ່ເກາະເຈື່ອງຊາ. ພາບ: ຫງວຽນວັນຈູງ.

ກ່າວຄໍາເຫັນທີ່ລາຍການ, ທ່ານພັນເອກ ເລືອງຊວນຢາບ, ຮອງຫົວໜ້າການເມືອງກອງພົນນ້ອຍ 146 ໃຫ້ຮູ້ວ່າ: ຂອງຂວັນປີນີ້ ແມ່ນບັນດາຜະລິດຕະພັນພິເສດທີ່ມີຄຸນຄ່າທັງດ້ານວັດຖຸ ແລະຈິດໃຈຂອງບັນດາເຂດພາກ. ນີ້ແມ່ນບັນດາຂອງຂວັນທີ່ລໍ້າຄ່າ, ແມ່ນນໍ້າໃຈຂອງພໍ່ແມ່ປະຊາຊົນໃນທົ່ວປະເທດ, ມີຄວາມໝາຍລະດົມກໍາລັງໃຈພະນັກງານ, ນັກຮົບກອງພົນນ້ອຍ 146, ທະຫານ ແລະປະຊາຊົນ ແລະບັນດາກໍາລັງໃນໝູ່ເກາະເຈື່ອງຊາ.

ໂດຍ: ທູຈາງ