ລາຍການປີນີ້, ລວມມີ 3 ເນື້ອໃນຕົ້ນຕໍ: “ລະດູບານໃໝ່ເຂດຊາຍແດນ-ບຸນເຕັດຢູ່ທະເລໝູ່ເກາະ'', “ລະດູບານໃໝ່ແຫ່ງສາຍຈິດມິດໃຈ-ບຸນເຕັດຢູ່ທະເລໝູ່ເກາະ”, “ລະດູບານໃໝ່ເຂດຊາຍແດນເຕັມໄປດ້ວຍນໍ້າໃຈທະຫານ ແລະປະຊາຊົນ”. ລາຍການ “ລະດູບານໃໝ່ເຂດຊາຍແດນ-ບຸນເຕັດຢູ່ທະເລໝູ່ເກາະ'' 2019 ຈະໄດ້ຈັດຕັ້ງຢູ່ 350 ສະຖານທີ່ໃນເຂດຫ່າງໄກ, ສອກຫຼີກ, ຊາຍແດນ, ເກາະທະເລໃນທົ່ວປະເທດ; ໃນນັ້ນມີບັນດາງານບຸນ “ເຂົ້າຕົ້ມຂຽວ”, ມອບ “ເຮືອນ 100 ດົ່ງ”, (ຈາກການບໍລິຈາກເງິນມື້ລະ 100 ດົ່ງ) ໂຄສະນາ, ຈັດການພົບປະແລກປ່ຽນວັດທະນະທໍາ, ກິລາ; ປະຕິບັດວຽກງານນະໂຍບາຍແນວຫຼັງກອງທັບ. ລາຍການ “ລະດູບານໃໝ່ແຫ່ງສາຍຈິດມິດໃຈ-ບຸນເຕັດຢູ່ທະເລໝູ່ເກາະ” ລວມມີບັນດາການເຄື່ອນໄຫວໂຄສະນາ, ສຶກສາມູນເຊື້ອ, ຍ້ອງຍໍໝູ່ຄະນະ, ບຸກຄົນດີເດັ່ນ; ເຄື່ອນໄຫວຮັບປະກັນຊີວິດສັງຄົມ, ກວດພະຍາດ, ແຈກຢາຍຢຸກຢາ, ໃຫ້ຄໍາປຶກສາດ້ານສຸຂະພາບ, ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກ.

leftcenterrightdel
ພາບປະກອບຄັດຈາກ vietnamnet.vn.

ລາຍການ “ລະດູບານໃໝ່ເຂດຊາຍແດນເຕັມໄປດ້ວຍນໍ້າໃຈທະຫານ ແລະປະຊາຊົນ” ລວມມີບັນດາການເຄື່ອນໄຫວກວດພະຍາດ, ແຈກຢາຍຢຸກຢາ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ... ບັນດາລາຍການໂດຍຄະນະຊາວໜຸ່ມກອງທັບເປັນເຈົ້າພາບ, ສົມທົບກັບຫ້ອງການເມືອງທະຫານຊາຍແດນ, ບັນດາເຫຼົ່າທັບ, ທະຫານເຂດ, ກອງພົນໃຫຍ່ ແລະບັນດາແຂວງ, ນະຄອນຊາຍແດນ, ເກາະທະເລຈັດຕັ້ງ.

ໂດຍ: ເຈິ່ນຮວ່ຽນ