leftcenterrightdel
ຜູ້ບັນຊາການຄ້າຍທະຫານຊາຍແດນຕາມເຮີບ ຊາບຊຶມໜ້າທີ່ໃຫ້ກໍາລັງລາດຕະເວນ. ພາບ: bienphong.com.vn.

ກໍາລັງລາດຕະເວນສອງຝ່າຍ ໄດ້ດໍາເນີນການລາດຕະເວນເສັ້ນຊາຍແດນ ຫວຽດນາມ-ລາວ ແຕ່ເຂດຫຼັກໝາຍຊາຍແດນເລກທີ 426 (ມີຄວາມສູງ 1.528 ແມັດ ເມື່ອທຽບໃສ່ລະດັບໜ້ານໍ້າທະເລ) ໄປຮອດຫຼັກໝາຍຊາຍແດນເລກທີ 426/2 (ມີຄວາມສູງ 1.766 ແມັດ ເມື່ອທຽບໃສ່ລະດັບໜ້ານໍ້າທະເລ). ເສັ້ນຊາຍແດນຕອນນີ້ມີຄວາມຍາວ 7,083 ກິໂລແມັດ. ສິ້ນສຸດການລາດຕະເວນເສັ້ນຊາຍແດນຕອນນີ້, ສອງຝ່າຍສືບຕໍ່ດໍາເນີນການລາດຕະເວນ ແຕ່ເຂດຫຼັກໝາຍຊາຍແດນເລກທີ 426 ໄປຮອດຫຼັກໝາຍຊາຍແດນເລກທີ 425 ດ້ວຍຄວາມຍາວ 3,862 ກິໂລແມັດ.

leftcenterrightdel
ກອງລາດຕະເວນ  ຄ້າຍທະຫານຊາຍແດນຕາມເຮີບ ຢູ່ຫຼັກໝາຍຊາຍແດນເລກທີ 425. ພາບ: bienphong.com.vn.

ກໍາລັງສອງຝ່າຍໄດ້ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບສະພາບດິນຟ້າອາກາດ ແລະພູມີປະເທດທຸລະກັນດານເພື່ອດຳເນີນການກວດກາສະພາບຫຼັກໝາຍຊາຍແດນ, ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາຊາຍແດນ. ຜ່ານການລາດຕະເວນ, ໝາກຜົນປະກົດວ່າ, ສັນຍານເສັ້ນຊາຍແດນບໍ່ຖືກເຄື່ອນຍ້າຍ, ຫຼັກໝາຍຊາຍແດນໄດ້ຮັບປະກັນຢູ່ໃນສະພາບເດີມ, ປອດໄພ.

leftcenterrightdel
ແຕ່ລະເດືອນ, ສອງກົມກອງດໍາເນີນການລາດຕະເວນຮ່ວມໜຶ່ງຄັ້ງ. ພາບ: bienphong.com.vn.

ພາຍຫຼັງສິ້ນສຸດການລາດຕະເວນ, ສອງຝ່າຍໄດ້ຈັດຕັ້ງການປະຊຸມເພື່ອຖອດຖອນບົດຮຽນ, ແລກປ່ຽນບາງເນື້ອໃນ, ລົງນາມໃນບົດບັນທຶກ ແລະເຫັນດີເປັນເອກະພາບໃຫ້ການລາດຕະເວນຄັ້ງຕໍ່ໄປ.

ໂດຍ: ທູຈາງ