ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບປະຕິບັດບັນດາເນື້ອໃນຂໍ້ຕົກລົງ, ພ້ອມທັງເພີ່ມທະວີການແລກປ່ຽນສະພາບການ, ລາດຕະເວນ, ຄວບຄຸມການປົກປັກຮັກສາຊາຍແດນ; ສົມທົບກັນໃນບັນດາການເຄື່ອນໄຫວຕ້ານ ແລະສະກັດກັ້ນອາດຊະຍາກໍາຂ້າມຊາດປະເພດຕ່າງໆ, ການເຄື່ອນໄຫວກໍ່ການຮ້າຍ, ການຂ້າມຊາຍແດນຢ່າງຜິດກົດໝາຍ; ສືບຕໍ່ຮ່ວມມືຍູ້ແຮງວຽກງານຂີດເສັ້ນຊາຍແດນ ແລະປັກຫຼັກໝາຍຊາຍແດນໃນທາງບົກ. ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນຢູ່ສອງຝາກຊາຍແດນ ປະຕິບັດບັນດາຂໍ້ຕົກລົງຂອງລັດຖະບານສອງປະເທດຢ່າງເຂັ້ມງວດ; ສົມທົບກັບສະພາກາແດງບັນດາທ້ອງຖິ່ນ ຈັດຕັ້ງຄະນະກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ຄົນກໍາປູເຈຍທີ່ທຸກຍາກ, ຊາວຂະແມເຊື້ອຊາດຫວຽດນາມຢູ່ເຂດທີ່ໄດ້ແຮກສ່ຽວນຳກັນ.

leftcenterrightdel
ການນໍາສອງກົມກອງທີ່ພິທີລົງນາມໃນການຮ່ວມມື. ພາບ: ງັອກຕວນ.

ສອງຝ່າຍສືບຕໍ່ເພີ່ມທະວີ, ປັບປຸງສາຍພົວພັນສາມັກຄີ, ມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ, ຊ່ວຍເຫຼືອກັນພັດທະນາ, ພິເສດແມ່ນສົມທົບກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ພັດທະນາແບບຍືນຍົງ.

ໂດຍ: ທູຈາງ