leftcenterrightdel
ຜູ້ຕາງໜ້າທະຫານເຮືອສອງຝ່າຍມອບຂອງຂວັນເປັນທີ່ລະນຶກ. ພາບ: ເຈິ່ນກຽນ.

ທີ່ການຕ້ອນຮັບ, ຫົວໜ້າຄະນະທັງສອງຝ່າຍຢືນຢັນວ່າ, ການລາດຕະເວນຮ່ວມຄັ້ງທີ 38 ຢູ່ເຂດທະເລຕິດຕໍ່ກັນລະຫວ່າງ ຫວຽດນາມ ແລະໄທ ຂອງສອງປະເທດບັນລຸໄດ້ຈຸດປະສົງ, ເນື້ອໃນ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກສຳເລັດຢ່າງຈົບງາມ. ບັນດາການລາດຕະເວນຮ່ວມຢູ່ເຂດທະເລຕິດຕໍ່ກັນຂອງທະຫານເຮືອສອງປະເທດ ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນໃນການສົມທົບກັນສະກັດກັ້ນ ແລະຍູ້ຖອຍການຫາປາຜິດກົດໝາຍຂອງຊາວປະມົງແຕ່ລະປະເທດ; ຕ້ານ ແລະສະກັດກັ້ນການຄ້າເຖື່ອນ, ຂົນສົ່ງຢາເສບຕິດ, ຄວາມໝັ້ນຄົງບໍ່ແມ່ນການທະຫານ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ສອງຝ່າຍສືບຕໍ່ເປີດກວ້າງການເຄື່ອນໄຫວຮ່ວມມື, ຝຶກແອບ, ລາດຕະເວນ, ແບ່ງປັນບົດຮຽນເພື່ອແນໃສ່ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພຢູ່ທະເລ.

ໂດຍ: ທູຮັ່ງ