ກໍາລັງຄ້າຍທະຫານຊາຍແດນຕາມເຮີບ ໂດຍທ່ານພັນເອກພິເສດ ເຈິ່ນແທງຫາຍ, ຮອງຫົວໜ້າຄ້າຍເປັນຜູ້ບັນຊາການ; ຝ່າຍກອງຮ້ອຍ 251 ໂດຍພັນໂທ ບໍ່ແກ້ວ, ຫົວໜ້າກອງຮ້ອຍເປັນຜູ້ຮັບຜິດຊອບ. ກໍາລັງລາດຕະເວນສອງຝ່າຍໄດ້ດໍາເນີນການລາດຕະເວນເສັ້ນຊາຍແດນ ຫວຽດນາມ-ລາວ ຈາກເຂດຫຼັກໝາຍຊາຍແດນທີ 425 ເຖິງເຂດຫຼັກໝາຍຊາຍແດນທີ 426 ດ້ວຍຄວາມຍາວ 3 ກິໂລແມັດ. ພາຍຫຼັງການລາດຕະເວນສອງຝ່າຍ, ກໍາລັງຄ້າຍທະຫານຊາຍແດນຕາມເຮີບ ຍັງລາດຕະເວນຢູ່ເຂດຫຼັກໝາຍທີ 426.2 ອີກດ້ວຍ...

leftcenterrightdel
ກໍາລັງລາດຕະເວນສອງຝ່າຍຂອງຄ້າຍທະຫານຊາຍແດນຕາມເຮີບ, ທະຫານຊາຍແດນແຂວງເງະອານ ສົມທົບກັບກອງຮ້ອຍທະຫານຊາຍແດນ 251, ກອງບັນຊາການທະຫານແຂວງບໍລິຄໍາໄຊ, ລາວ ດໍາເນີນການລາດຕະເວນຫຼັກໝາຍຊາຍແດນແຫ່ງຊາດທີ 425 ຢູ່ເສັ້ນຊາຍແດນຫວຽດນາມ-ລາວ. ພາບ: ເຟືອງລີງ.
leftcenterrightdel
ກໍາລັງຄ້າຍທະຫານຊາຍແດນຕາມເຮີບ ຢູ່ເຂດຫຼັກໝາຍທີ 426.2. ພາບ: ເຟືອງລີງ.

ສອງຝ່າຍໄດ້ປະຕິບັດຖືກຕາມຫຼັກການ, ພິທີການ, ລະບຽບການໃນການເຄື່ອນໄຫວພົວພັນຕ່າງປະເທດ. ພາຍຫຼັງສິ້ນສຸດການລາດຕະເວນສອງຝ່າຍ, ສອງຝ່າຍໄດ້ຈັດຕັ້ງການປະຊຸມຖອດຖອນບົດຮຽນ, ແລກປ່ຽນບາງເນື້ອໃນສະຖານະການທີ່ກ່ຽວຂ້ອງ, ລົງນາມໃນບົດບັນທຶກ ແລະເຫັນດີເປັນເອກະພາບໃຫ້ການລາດຕະເວນຄັ້ງຕໍ່ໆໄປ.

leftcenterrightdel
ຕັດໄມ້ຕຶບໜາອ້ອມເຂດຫຼັກໝາຍຊາຍແດນແຫ່ງຊາດ. ພາບ: ເຟືອງລີງ.

ທ່ານພັນເອກພິເສດ ເຈິ່ນແທງຫາຍ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວທີ່ກົມກອງສົມທົບກັບກໍາລັງທະຫານປະເທດເພື່ອນມິດເປັນປະຈໍາເພື່ອສົມທົບກັນປົກປັກຮັກສາເສັ້ນຊາຍແດນລວມ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພທາງສັງຄົມຢູ່ຕາມເສັ້ນຊາຍແດນ. ການເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນປັບປຸງຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງສອງກົມກອງເວົ້າສະເພາະກວ່າອີກ.

leftcenterrightdel
ກໍາລັງລາດຕະເວນສອງຝ່າຍຢູ່ເສັ້ນຊາຍແດນຫວຽດນາມ-ລາວ ຂ້າມຜ່ານພູມປະເທດທຸລະກັນດານເພື່ອສໍາເລັດໜ້າທີ່. ພາບ: ເຟືອງລີງ.
leftcenterrightdel
ການລາດຕະເວນສອງຝ່າຍປະກອບສ່ວນປັບປຸງຄວາມສາມັກຄີມິດຕະພາບແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງສອງກົມກອງເວົ້າສະເພາະກວ່າອີກ. ພາບ: ເຟືອງລີງ.

ໂດຍ: ແສງພະຈັນ