ກອງປະຊຸມໄດ້ເຫັນດີເປັນເອກະພາບຕີລາຄາວ່າການພົວພັນຮ່ວມມືລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ ໄດ້ພັດທະນາຢ່າງວ່ອງໄວ, ຖືກຕາມທິດກໍານົດ, ແທດຈິງ. ໃນປີ 2018, ວຽກງານສົມທົບກັນກວດກາອາຊີບຫາປາຂອງສອງຝ່າຍບັນລຸໄດ້ໝາກຜົນດີເດັ່ນຫຼາຍຢ່າງ. ໃນການກວດກາອາຊີບຫາປາຄັ້ງທີ 2 ປີ 2018, ຕໍາຫຼວດທະເລຫວຽດນາມ ໄດ້ພ້ອມກັບຕໍາຫຼວດທະເລຈີນ ສົມທົບກັນປ່ອຍປາພັນເພື່ອແນໃສ່ສ້າງແຫຼ່ງສິນໃນນໍ້າຢູ່ອ່າວພາກເໜືອຄືນໃໝ່.

leftcenterrightdel
ພິທີລົງນາມໃນບົດບັນທຶກການເຮັດວຽກລະຫວ່າງສອງຝ່າຍ. ພາບ: ຮຸ່ງຄວາ.

ສອງຝ່າຍໄດ້ປຶກສາຫາລືຄວາມສົນໃຈຮ່ວມກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາການປະຕິບັດກົດໝາຍຢູ່ທະເລ, ສືບຕໍ່ຮັກສາ, ຍົກສູງປະສິດທິຜົນວຽກງານສຶກສາ, ໂຄສະນາກົດໝາຍສໍາລັບຊາວປະມົງຂອງສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບລາຍງານຕໍ່ຂັ້ນເທິງກ່ຽວກັບເລື່ອງປະຕິບັດການສົມທົບກັນກວດກາອາຊີບຫາປາຮ່ວມ ແລະກອງປະຊຸມກວດກາອາຊີບຫາປາ ປີ 2019 ກໍ່ຄືເຫັນດີເປັນເອກະພາບຕໍ່ເນື້ອໃນການປຶກສາຫາລື ແລະລົງນາມໃນບົດບັນທຶກກອງປະຊຸມ.

ໂດຍ: ທູຈາງ