ພ້ອມກັນນັ້ນ, ອໍານາດການປົກຄອງຮາກຖານ ແລະກໍາລັງປ້ອງກັນຊາຍແດນສອງປະເທດ ໄດ້ປະຕິບັດວຽກງານໂຄສະນາເປັນຢ່າງດີ ເພື່ອໃຫ້ປະຊາຊົນຕິດກັບຊາຍແດນສອງແຂວງເຂົ້າໃຈແຈ້ງບັນດາສັນຍາ, ກົດລະບຽບຊາຍແດນ, ສົມທົບກັນແກ້ໄຂບັນດາເຫດການຢ່າງທັນການ, ໜູນຊ່ວຍ, ຊ່ວຍເຫຼືອກັນພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເທື່ອລະກ້າວ.

ພົ້ນເດັ່ນແມ່ນການເຄື່ອນໄຫວແຮກສ່ຽວປະຊາຊົນຢູ່ເຂດຊາຍແດນຂອງສອງແຂວງ, ການໄປມາຢ້ຽມຢາມຍາດຕິພີ່ນ້ອງ, ການພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາ-ກາຍຍະກໍາ ໃນໂອກາດງານບຸນ, ບຸນປີໃໝ່ປະຈໍາຊາດລະຫວ່າງແຂວງກອນຕຸມ ແລະແຂວງເຊກອງ.

leftcenterrightdel
ພະນັກງານການແພດທະຫານຊາຍແດນແຂວງກອນຕຸມ ກວດພະຍາດໃຫ້ແກ່ປະຊາຊົນລາວ. ພາບ: bienphong.com.vn.

ທ່ານພັນເອກ ຫງວຽນເລືອງຢ້ຽນ, ຫົວໜ້າການເມືອງປ້ອມປ້ອງກັນຊາຍແດນດັກບໂລ ໃຫ້ຮູ້ວ່າ: ປ້ອມປ້ອງກັນຊາຍແດນດັກບໂລ ສົມທົບກັບກອງຮ້ອຍປ້ອງກັນຊາຍແດນ 532 ເປັນເຈົ້າການສ້າງແຜນການຈັດຕັ້ງການລາດຕະເວນສອງຝ່າຍ, ພ້ອມກັນແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃນບໍລິເວນ. ຈາກການລາດຕະເວນສອງຝ່າຍ, ການພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາ-ກາຍຍະກໍານັ້ນໄດ້ຊ່ວຍໃຫ້ພະນັກງານ, ນັກຮົບມີຄວາມເຂົ້າໃຈເຊິ່ງກັນ ແລະກັນກວ່າອີກ, ຍົກສູງຈິດໃຈຮັບຜິດຊອບໃນການຄຸ້ມຄອງ, ປົກປັັກຮັກສາຊາຍແດນ, ປະກອບສ່ວນສ້າງເສັ້ນທາງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາລະຫວ່າງສອງແຂວງກອນຕຸມ ແລະເຊກອງ.

ໂດຍ: ທູຈາງ