ມາຮອດປັດຈຸບັນ, ວຽກງານໂຄສະນາ ແລະແຜນການຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ລາຍການໄດ້ປະຕິບັດສໍາເລັດ. ບັນດາກົມກອງໄດ້ຕັ້ງໜ້າປະຕິບັດວຽກງານທີ່ໄດ້ມອບໝາຍ ຄື: ກະກຽມຈັດຕັ້ງກອງປະຊຸມຂ່າວແນະນໍາເຫດການ; ສົ່ງໜັງສືທາງການສະເໜີບັນດາສະຖານີໂທລະພາບຂຶ້ນກັບບັນດາແຂວງຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຖ່າຍທອດລາຍການ; ສຳເລັດບັນດາເນື້ອໃນລາຍການໂອ້ລົມສົນທະນາ ແລະລາຍການສະແດງສິລະປະ..., ເພີ່ມທະວີການຈໍາໜ່າຍບົດປະພັນສື່ມວນຊົນກ່ຽວກັບສາຍຈິດມິດໃຈຊາຍແດນລະຫວ່າງ ຫວຽດນາມ - ລາວ - ກໍາປູເຈຍ...

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຕ໋ຽນຖັ໋ງ ຫົວໜ້າການເມືອງທະຫານຊາຍແດນ ເປັນປະທານກອງປະຊຸມ. ພາບ: bienphong.com.vn.

ລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ - ກໍາປູເຈຍ ຄັ້ງທີ 1 ລະຫວ່າງກອງບັນຊາການທະຫານຊາຍແດນແຂວງກອນຕຸມ (ຫວຽດນາມ) ກັບກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື, ເຊກອງ (ລາວ) ແລະກອງບັນຊາການປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານແຂວງ Rattanakiri (ກໍາປູເຈຍ) ຄາດຄະເນວ່າຈະດໍາເນີນໃນ ວັນທີ 2-3 ພະຈິກ ຢູ່ແຂວງກອນຕຸມ.

ໂດຍ: ທູຈາງ