ທີ່ການພົບປະເຈລະຈາ, ສອງຝ່າຍໃຫ້ຂໍ້ສັງເກດວ່າ, ສະພາບການຄວາມໝັ້ນຄົງດ້ານການເມືອງ ແລະຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນໄລຍະຕໍ່ໜ້າ ຈະສືບຕໍ່ມີການຜັນແປຢ່າງສັບສົນ, ພິເສດແມ່ນໃນເຂດຊາຍແດນ. ຄຽງຂ້າງນັ້ນ, ການເຄື່ອນໄຫວຂອງອາດຊະຍາກໍາປະເພດຕ່າງໆ, ເປັນຕົ້ນແມ່ນສະພາບການຊື້ຂາຍ, ການຂົນສົ່ງຢາເສບຕິດ, ອາວຸດ, ເງິນປອມ, ການຄ້າມະນຸດນັບມື້ນັບເພີ່ມຂຶ້ນ, ເຊິ່ງກະທົບໂດຍກົງເຖິງຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຫວຽດນາມ ແລະລາວ.

leftcenterrightdel
ການນໍາສອງຝ່າຍລົງນາມໃນໂຄງການສົມທົບ. ພາບ: bienphong.com.vn.

ສອງຝ່າຍເຫັນດີເປັນເອກະພາບໃນໄລຍະຕໍ່ໜ້າ ຈະປະຕິບັດເນື້ອໃນບັນດາບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມລະຫວ່າງສອງກົມກອງຢ່າງມີປະສິດທິຜົນ, ສົມທົບກັນໃນການຮັບເອົາ ແລະມອບສົ່ງບັນດາເປົ້າໝາຍຂ້າມຊາຍແດນຜິດກົດໝາຍ, ຢູ່ອາໄສຢ່າງຜິດກົດໝາຍເປັນຢ່າງດີ, ພິເສດແມ່ນແກ້ໄຂບັນດາກໍລະນີສົມລົດຢ່າງຜິດກົດໝາຍ ຢູ່ເຂດຊາຍແດນຂອງສອງຝ່າຍ.

ສິ້ນສຸດການພົບປະເຈລະຈາ, ສອງຝ່າຍລົງນາມໃນບົດບັນທຶກຊ່ວຍຈໍາ ແລະເຫັນດີເປັນເອກະພາບນຳກັນວ່າການພົບປະເຈລະຈາຄັ້ງຕໍ່ໄປຈະໄດ້ດໍາເນີນຢູ່ແຂວງຜົ້ງສາລີ (ລາວ).

ໂດຍ: ທູຈາງ