leftcenterrightdel
ທ່ານພົນຕີ ຟ້າມຮ່ວາຍນາມ ຕ້ອນຮັບທ່ານພົນຕີ Murakawa. ພາບ: ຢູຍແຄ໋ງ

ທີ່ການຕ້ອນຮັບທ່ານ Murakawa, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການຢ້ຽມຢາມຍີ່ປຸ່ນຂອງກຳປັ່ນໝາຍເລກ 015 - ເຈິ່ນຮືງດ້າວ, ກໍ່ຄືການຢ້ຽມຢາມຫວຽດນາມຂອງກຳປັ່ນດຳນ້ຳຍີ່ປຸ່ນ ໃນໄລຍະຜ່ານມາລ້ວນແຕ່ປະສົບຜົນສຳເລັດຢ່າງຈົບງາມ. ທ່ານ Murakawa ຖືວ່າ, ການຮ່ວມມືລະຫວ່າງທະຫານເຮືອ ມີບົດບາດສຳຄັນໃນສາຍພົວພັນຮ່ວມມືສອງປະເທດຍີ່ປຸ່ນ ແລະ ຫວຽດນາມ.

leftcenterrightdel
ຜູ້ບັນຊາການທະຫານເຮືອຫວຽດນາມ ມອບສັນຍະລັກທະຫານເຮືອຫວຽດນາມໃຫ້ແກ່ຜູ້ບັນຊາການກຳລັງປ້ອງກັນບົນທະເລຍີ່ປຸ່ນ. ພາບ: ຢຸຍແຄ໋ງ.

ທ່ານພົນຕີ ຟ້າມຮ່ວາຍນາມ ກໍ່ສະແດງຄວາມປາດຖະໜາວ່າທະຫານເຮືດສອງປະເທດຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ສົມທົບກັນ, ແລກປ່ຽນຄະນະທຸກຂັ້ນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ເພື່ອຄາດໝາຍລວມແມ່ນປະຕິບັດຄວາມເສລີໃນການເດີນທະເລ, ປົກປັກຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.

leftcenterrightdel
ຜູ້ບັນຊາການທະຫານເຮືອຫວຽດນາມ ພົບປະເຈລະຈາກັບຜູ້ບັນຊາການທະຫານເຮືອພາກຕາເວັນອອກອິນເດຍ. ພາບ: ຢຸຍແຄ໋ງ.

ທີ່ການຕ້ອນຮັບທ່ານພົນໂທ Karambir Singh, ທ່ານພົນຕີ ຟ້າມຮ່ວາຍນາມ ສະແດງຄວາມຂອບອົກຂອບໃຈທະຫານເຮືອອິນເດຍ ເວົ້າສະເພາະ ກໍ່ຄືກະຊວງປ້ອງກັນປະເທດອິນເດຍເວົ້າລວມໄດ້ສ້າງເງື່ອນໄຂ, ຊ່ວຍເຫຼືອທະຫານເຮືອຫວຽດນາມ ກ່ຽວກັບບາງເນື້ອໃນຮ່ວມມື. ທ່ານພົນຕີ ຟ້າມຮ່ວາຍນາມ ສະເໜີທະຫານເຮືອສອງປະເທດຈະສືບຕໍ່ຮັກສາການປະຕິບັດກົນໄກປືກສາທະຫານເຮືອສອງຝ່າຍລະຫວ່າງສອງປະເທດ.

leftcenterrightdel
ທ່ານພົນໂທ Karambir Singh ມອບສັນຍະລັກທະຫານເຮືອອິນເດຍ ໃຫ້ແກ່ທ່ານພົນຕີ ຟ້າມຮ່ວາຍນາມ. ພາບ: ຢຸຍແຄ໋ງ.

ສ່ວນທ່ານພົນໂທ Karambir Singh ກໍ່ປາດຖະໜາວ່າສອງປະເທດຈະສືບຕໍ່ຮັກສາກົນໄກແລກປ່ຽນຄະນະທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວສານ ແລະຖືວ່າບັນດາການຝຶກແອບຮ່ວມຈະແມ່ນພື້ນຖານເພື່ອຊຸກຍູ້ສາຍພົວພັນລະຫວ່າງທະຫານເຮືອສອງປະເທດໃນໄລຍະຈະມາເຖິງ.

ໂດຍ: ທູຮັ່ງ