ທີ່ການປະຊຸມຂ່າວ, ທ່ານພົນຈັດຕະວາ ຫງວຽນຕ໋ຽນຖັ໋ງ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ, ລາຍການໂດຍກອງບັນຊາການທະຫານຊາຍແດນ ສົມທົບກັບສະຖານີໂທລະພາບຫວຽດນາມ ຈັດຕັ້ງຈະດໍາເນີນໃນເວລາ 20 ໂມງ 10 ນາທີ ໃນວັນທີ 25 ສິງຫາ 2018 ຢູ່ຫໍປະຊຸມກະຊວງປ້ອງກັນປະເທດຫວຽດນາມ, ເຊິ່ງໄດ້ຮັບການຖ່າຍທອດສົດທາງໂທລະພາບຜ່ານຊ່ອງ VTV1. ຈຸດພົ້ນເດັ່ນຂອງລາຍການແມ່ນການພົບປະແລກປ່ຽນກັບບັນດາແຂກທີ່ໄດ້ຮັບເຊີນເຊິ່ງແມ່ນຜູ້ຕາງໜ້າການນໍາກໍາລັງປົກປັກຮັກສາຊາຍແດນ 6 ປະທດ, ລວມມີ: ກອງບັນຊາການທະຫານຊາຍແດນ (ກະຊວງປ້ອງກັນປະເທດຫວຽດນາມ), ກົມຄຸ້ມຄອງຊາຍແດນ (ກະຊວງຕໍາຫຼວດຈີນ), ກົມໃຫຍ່ຕໍາຫຼວດ (ກະຊວງປ້ອງກັນຄວາມສະຫງົບລາວ), ກອງບັນຊາການທະຫານບົກ (ກອງທັບລາດຊະວົງກໍາປູເຈຍ), ກົມຊາຍແດນ (ກົມໃຫຍ່ກອງບັນຊາການກອງທັບລາດຊະວົງໄທ), ກົມຕໍາຫຼວດລາດຕະເວນຊາຍແດນ (ກະຊວງພາຍໃນມຽນມາ).

leftcenterrightdel
ບັນຍາກາດທີ່ການປະຊຸມຂ່າວ. ພາບ: tienphong.vn.

ຄຽງຂ້າງນັ້ນຍັງມີສາລະຄະດີຈໍານວນໜຶ່ງແນະນຳຮູບພາບຊື່ຕົງກ່ຽວກັບນໍ້າໃຈມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ, ລະຫວ່າງທະຫານຊາຍແດນຫວຽດນາມ ກັບບັນດາກໍາລັງປົກປັກຮັກສາຊາຍແດນປະເທດເພື່ອນມິດຕ່າງໆ.

ໂດຍ: ທູຈາງ