ເນື້ອໃນຕົ້ນຕໍຂອງແຜນການລວມມີ: ຈັດຕັ້ງ 16 ຊຸດຝຶກອົບຮົມເນື້ອໃນ, ທັກສະ, ວິຊາການໂຄສະນາ ແລະໂຄສະນາປຸກລະດົມເຖິງປະຊາຊົນໃຫ້ພະນັກງານຂອງເມືອງ, ຕາແສງ, ຜູ້ມີອິດທິພົນຊື່ສຽງ ແລະປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ບັນດາກຸ່ມ, ບ້ານຕິດກັບຊາຍແດນໂດຍກົງ.

ໃນນັ້ນ, ສຸມໃສ່ເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ; ໂຄສະນາໝາກຜົນຂອງ “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2017” ແລະ “ປີມິດຕະພາບ ຫວຽດນາມ-ກໍາປູເຈຍ 2017”; ໂຄສະນາກ່ຽວກັບສາຍພົວພັນການຮ່ວມມືລະຫວ່າງປະຊາຊົນບັນດາເຜົ່າສ່ວນໜ້ອຍ ຫວຽດນາມ-ລາວ ແລະຫວຽດນາມ-ກໍາປູເຈຍ.

leftcenterrightdel
ພະນັກງານທະຫານຊາຍແດນແຂວງກວາງນາມ ຢ້ຽມຢາມ, ມອບຂອງຂວັນໃຫ້ປະຊາຊົນລາວດໍາລົງຊີວິດຢູ່ຕິດກັບຊາຍແດນ. ພາບ: ບິກຫງວຽນ.

ພ້ອມກັນນັ້ນ, ໂຄສະນານະໂຍບາຍຊົນເຜົ່າ ແລະວຽກງານຊົນເຜົ່າຕິດພັນກັບການປົກປັກຮັກສາຄວາມສະຫງົບຊາຍແດນ ແລະບາງເອກະສານທີ່ກ່ຽວຂ້ອງ, ວຽກງານຕ້ານ ແລະສະກັດກັ້ນຕໍ່ຖ້ອຍທໍານອງຜິດພາດຂອງບັນດາອິດທິກໍາລັງປໍລະປັກປະຕິການກໍ່ໃຫ້ຂາດຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ທໍາລາຍນໍ້າໃຈສາມັກຄີລະຫວ່າງຫວຽດນາມກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ.

 

ແປໂດຍ: ທູຈາງ