ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງໄຊຊະນະບັ້ນສູ້ຮົບທຳອິດຂອງທະຫານເຮືອປະຊາຊົນຫວຽດນາມ ວັນທີ 2 ແລະວັນທີ 5 ສິງຫາ  (1964-2018), ຢູ່ຮ່າໂນ້ຍ ໄດ້ດໍາເນີນງານວາງສະແດງ “ເຈື່ອງຊາ ຢູ່ໃນຕົວຂອງພວກເຮົາ”.

leftcenterrightdel
ຮູບຖ່າຍ “ຄື້ນຟອງທະເລ“ ຂອງນັກຖ່າຍຮູບ ຫຼີ໋ຮວ່າງລອງ. ພາບ: qdnd.vn.

ງານວາງສະແດງໄດ້ແນະນໍາຮູບຖ່າຍ 120 ແຜ່ນຂອງນັກຖ່າຍຮູບ, ນັກຂ່າວ 12 ຄົນທີ່ດໍາລົງຊີວິດ ແລະເຮັດວຽກຢູ່ບັນດາເຂດ, ພາກຂອງປະເທດຊາດທີ່ເຄີຍໄດ້ໄປເຈື່ອງຊາ. ບັນດາຮູບຖ່າຍໄດ້ເຮັດໃຫ້ຜູ້ຊົມມີຄວາມຮູ້ສຶກສະເທືອນໃຈຫຼາຍກ່ຽວກັບຄວາມງາມຂອງທະເລ, ໝູ່ເກາະ, ບ້ານເກີດເມືອງນອນ ແລະຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ນັກຮົບພວມປະຕິບັດງານ, ດໍາລົງຊີວິດຢູ່ໝູ່ເກາະ. ງານວາງສະແດງຖືກແບ່ງເປັນສອງຫົວຂໍ້ຕົ້ນຕໍ: ຄວາມງາມຢູ່ເກາະທີ່ຫ່າງໄກ, ຄວາມເອກອ້າງທະນົງໃຈເມື່ອໄດ້ໄປຢ້ຽມຢາມເຈື່ອງຊາ; ຄວາມຮັກຂອງປະຊາຊົນທົ່ວປະເທດສົ່ງເຖິງນັກຮົບຢູ່ໝູ່ເກາະເຈື່ອງຊາ.

ງານວາງສະແດງຈະດຳເນີນຮອດວັນທີ 7 ສິງຫາ ຈຶ່ງອັດລົງ.

ແປໂດຍ: ເຈິ່ນຮວ່ຽນ