ງານວາງສະແດງໄດ້ແນະນໍາຮູບຖ່າຍ 300 ແຜ່ນ, ແຜນວາດ ແລະແຜນທີ່ 16 ແຜ່ນ, ເອກະສານ, ວັດຖຸພັນ 100 ຢ່າງທີ່ໄດ້ສະແດງໃຫ້ເຫັນບັນດາເນື້ອໃນ, ຮູບພາບທີ່ມີຊີວິດຊີວາກ່ຽວກັບທະເລ, ໝູ່ເກາະ ແລະນັກຮົບທະຫານເຮືອ ກໍ່ຄືບັນດາຄວາມມານະພະຍາຍາມຂອງແຂວງ ລາວກາຍ ໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮ່ວມແຮງຮ່ວມໃຈສ້າງສາ ແລະປົກປັກຮັກສາອໍານາດອະທິປະໄຕຊາຍແດນ, ທະເລ, ໝູ່ເກາະຂອງປະເທດຊາດ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນມາຢ້ຽມຊົມງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນບັນດາເຫດການສົມທົບກັນໂຄສະນາເຜີຍແຜ່ກ່ຽວກັບທະເລ, ໝູ່ເກາະລະຫວ່າງຄະນະພັກເຫຼົ່າທັບເຮືອກັບຄະນະພັກແຂວງ ລາວກາຍ. ຜ່ານນັ້ນ, ປະກອບສ່ວນໂຄສະນາເຜີຍແຜ່ໃຫ້ພະນັກງານ, ນັກຮົບ ແລະປະຊາຊົນທຸກຊັ້ນຄົນຢູ່ແຂວງຊາຍແດນ ລາວກາຍ ມີຄວາມຮັບຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສໍາຄັນຂອງທະເລ, ໝູ່ເກາະໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

ງານວາງສະແດງຈະໄດ້ດໍາເນີນຮອດວັນທີ 20 ກໍລະກົດ ຈຶ່ງອັດລົງ.

 

ແປໂດຍ: ເຈິ່ນຮວ່ຽນ