ຄະນະປະຕິບັດງານໄດ້ເຂົ້າທຽບທ່າເຮືອໃນຂະນະທີ່ອາກາດຮ້ອນເອົ້າຂອງລະດູຮ້ອນ, ພາຍຫຼັງເຫັນກັບຕາອາລົມຈິດຂອງທະຫານເກາະ ເມື່ອຕ້ອນຮັບຄະນະປຽບເໝືອນຍາດຕິພີ່ນ້ອງໃນຄອບຄົວຂອງຕົນ, ທ່ານນາງ ໂງທິແທງຮັ່ງ ກໍາມະການສູນກາງພັກ, ຮອງເລຂາຜູ້ປະຈໍາການຄະນະພັກນະຄອນ ຮ່າໂນ້ຍ, ຫົວໜ້າຄະນະປະຕິບັດງານເລກທີ 6 ໄດ້ອ່ານຈົດໝາຍຂອງພວກນ້ອງນັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ແຈກໝີໂລກ.

ຈົດໝາຍຂອງນ້ອງ ຫງວຽນທິຮວ່າຍເທືອງ, ນັກຮຽນ ມໍ 4B ມີເນື້ອໃນບາງຕອນຂຽນວ່າ: “ເຖິງແມ່ນວ່ານ້ອງບໍ່ເຄີຍໄປຢາມ ເຈື່ອງຊາ ຈັກເທື່ອ, ແຕ່ພວກຫຼານເຂົ້າໃຈວ່າ, ຢູ່ໝູ່ເກາະທີ່ຫ່າງໄກນັ້ນ, ພວກອາວຍາມໃດກໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຕ້ອງຜ່ານຜ່າພາຍຸລົມແດງ, ຕ້ອງດໍາລົງຊີວິດຢູ່ໄກຈາກບ້ານເກີດເມືອງນອນ, ຄອບຄົວ ແລະຍາດຕິພີ່ນ້ອງທີ່ແສນຮັກຂອງຕົນ. ພວກຫຼານຫວັງວ່າພວກອາວຈະຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າຍທາຍນາໆປະການເພື່ອປົກປັກຮັກສາທະເລ, ໝູ່ເກາະ, ຜືນແຜ່ນດິນອັນສັກກາລະບູຊາທີ່ບໍ່ອາດຕັດແຍກອອກຈາກປະເທດຊາດໄດ້. ພວກອາວໄດ້ກາຍເປັນສັນຍາລັກອັນສູງສົ່ງກ່ຽວກັບລັດທິວິລະຊົນປະຕິວັດ ແລະຄວາມຮັກແພງປະເທດຊາດອັນລົ້ນເຫຼືອ.

leftcenterrightdel
ທ່ານນາງ ໂງທິແທງຮັ່ງ ມອບຮູບແຕ້ມຂອງນັກຮຽນໂຮງຮຽນມັດທະນົມຕອນຕົ້ນ ແຈກໝີໂລກ ທີ່ມອບໃຫ້ທະຫານຢູ່ເກາະເຈື່ອງຊາດົງ. ພາບ: ຫງວຽນແທງຊາງ.

ເປັນຄັ້ງທໍາອິດທີ່ໄປຢາມ ເຈື່ອງຊາ, ທ່ານນາງ ຄວດທິແທງຮວ່ຽນ ຜູ້ອໍານວຍການໂຮງຮຽນມັດທະຍົມຕອນຕົ້ນ ແຈກໝີໂລກ ໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈ ແລະແບ່ງປັນວ່າ: “ພວກຂ້າພະເຈົ້າຍາມໃດກໍ່ເຂົ້າໃຈວ່າ, ຄວາມຫຍຸ້ງຍາກລໍາບາກ ແລະການເສຍສະຫຼະຂອງພະນັກງານ, ນັກຮົບປະຕິບັດງານຢູ່ເມືອງເກາະ ເຈື່ອງຊາ ແມ່ນບໍ່ມີສິ່ງໃດທີ່ສາມາດທົດແທນໄດ້. ເພື່ອມຸ່ງໄປເຖິງທະເລໝູ່ເກາະ, ຕັ້ງແຕ່ຕົ້ນປີ 2018, ທາງໂຮງຮຽນໄດ້ປຸກລະດົມນັກຮຽນຂຽນຈົດໝາຍ, ແຕ້ມຮູບເພື່ອມອບໃຫ້ທະຫານ ເຈື່ອງຊາ.

ອາດເວົ້າໄດ້ວ່າ, ພ້ອມກັບຫຼາຍຂະບວນການທີ່ແທດຈິງທີ່ໄດ້ ແລະກໍາລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ, ດ້ວຍການຕອບສະໜອງຢ່າງຕັ້ງໜ້າຂອງທຸກຂັ້ນ, ທຸກຂະແໜງການ ແລະທ້ອງຖິ່ນຄື: “ທົ່ວປະເທດເພື່ອເຈື່ອງຊາ”, “ແຜນການນ້ອຍ-ເພື່ອໝູ່ເພື່ອນຢູ່ເຈື່ອງຊາ”...ນັ້ນ, ບັນດາຈົດໝາຍຂອງນັກຮຽນທີ່ສົ່ງເຖິງໝູ່ເກາະຫ່າງໄກສອກຫຼີກຍາມໃດກໍ່ເປັນແຫຼ່ງລະດົມກໍາລັງໃຈບໍ່ແມ່ນໜ້ອຍໃຫ້ແກ່ພະນັກງານ, ນັກຮົບຢູ່ທີ່ນີ້.

ແປໂດຍ: ຮວ່າງເຈື່ອງ