ຕາມນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ສືບຕໍ່ຊີ້ນໍາ, ຕິດຕາມກວດກາການແກ້ໄຂເລື່ອງດັ່ງກ່າວຢ່າງແໜ້ນແຟ້ນ, ເດັດດ່ຽວບໍ່ໃຫ້ເກີດບັນດາກໍລະນີຄ້າຍຄືກັນ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ພາບ: nld.com.vn.

ກ່ອນໜ້ານັ້ນ, Facebook ນຳໃຊ້ແຜນທີ່ທີ່ຈັດໝູ່ເກາະ ເຈື່ອງຊາ, ຮວ່າງຊາຂຶ້ນກັບຜືນແຜ່ນດິນຂອງ ຈີນ ໄດ້ເຮັດໃຫ້ຫາງສຽງເຄັ່ງຮ້ອນ. ຫວ່າງແລ້ວນີ້, ໂຄສົກຂອງ Facebook ໃຫ້ຮູ້ວ່າ, ເຂົາເຈົ້າໄດ້ດຳເນີນການສືບສວນສອບສວນ ແລະຄົ້ນພົບນີ້ແມ່ນຄວາມຜິດດ້ານເຕັກນິກ. ເຂົາເຈົ້າໄດ້ແກ້ຜິດແລ້ວ ແລະພວມຜັນຂະຫຍາຍການອັບເດັດສະບັບໃໝ່ໃນທົ່ວໂລກ.

 

ແປໂດຍ: ເຈິ່ນຮວ່ຽນ