leftcenterrightdel
ທ່ານ ຫງວຽນວັນຊິງ, ຫົວໜ້າຄະນະໂຄສະນາສຶກສາແຂວງ ບ່າເຣ້ຍ-ວູງເຕົາ ມອບປື້ມໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມ ສປປ ລາວ. ພາບ: ຈຸກຢາງ.

ເຂົ້າຮ່ວມການເຮັດວຽກມີຜູ້ຕາງໜ້າການນໍາບັນດາກົມກອງ: ທະຫານເຮືອ, ຕໍາຫຼວດທະເລ ແລະທະຫານຊາຍແດນ. ທີ່ການເຮັດວຽກ, ການນໍາຄະນະໂຄສະນາສຶກສາແຂວງ ບ່າເຣ້ຍ-ວູງເຕົາ ໄດ້ແນະນໍາກ່ຽວກັບສະພາບການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມຂອງແຂວງ; ການຈັດຕັ້ງກົງຈັກເຄື່ອນໄຫວຂອງຄະນະໂຄສະນາສຶກສາ; ວຽກງານສົມທົບກັບບັນດາກໍາລັງປົກປັກຮັກສາອະທິປະໄຕເຂດຊາຍແດນ, ທະເລໝູ່ເກາະໃນບໍລິເວນທ້ອງຖິ່ນແຂວງ... ສອງຝ່າຍໄດ້ແບ່ງປັນບົດຮຽນກ່ຽວກັບວຽກງານຄຸ້ມຄອງແຂກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມ ແລະພັກອາໄສ; ຄວາມຮັບຜິດຊອບໃນການອະນຸລັກຮັກສາບັນດາເຂດປູຊະນີຍະສະຖານປະຫວັດສາດ ແລະການສົມທົບກັບກໍາລັງປະກອບອາວຸດໃນບໍລິເວນທ້ອງຖິ່ນເພື່ອໂຄສະນາ, ຂົນຂວາຍ ແລະແກ້ໄຂບັນດາບັນຫາທີ່ເກີດຂຶ້ນ, ຮັກສາຄວາມໝັ້ນຄົງຢູ່ທ້ອງຖິ່ນໄວ້ຢ່າງໝັ້ນຄົງ...

 

ແປໂດຍ: ເກື່ອງດັ້ງ