ໃນ 6 ເດືອນ ຕົ້ນປີ 2018, ສະພາບການເຄື່ອນໄຫວຂອງອາດຊະຍາກຳການຄ້າເຖື່ອນ, ການສໍ້ໂກງດ້ານການຄ້າ, ການຂົນສົ່ງສິນຄ້າຢ່າງຜິດກົດໝາຍຢູ່ເສັ້ນຊາຍແດນທິດຕາເວັນຕົກພາກໃຕ້ ແລະໃນເຂດທະເລທິດໃຕ້ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ, ເຖິງຢ່າງໃດກໍ່ຕາມ, ຍັງຊ້ອນແຝງໄພການຜັນແປຢ່າງສັບສົນຢູ່.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ. ພາບ: ຊວນເກື່ອງ.
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: ຊວນເກື່ອງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍ ແລະຕີລາຄາສູງຄວາມຕັດສິນໃຈ, ຄວາມມານະພະຍາຍາມ, ໝາກຜົນແຫ່ງການຕໍ່ສູ້ຕ້ານອາດຊະຍາກຳ, ຕ້ານການຄ້າເຖື່ອນ, ການສໍ້ໂກງດ້ານການຄ້າຂອງທະຫານຊາຍແດນໃນໄລຍະຜ່ານມາ. ທ່ານຍັງເນັ້ນໜັກວ່າ: ກອງບັນຊາການທະຫານຊາຍແດນໄດ້ຊາບຊຶມ ແລະຈັດຕັ້ງປະຕິບັດການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຂອງກະຊວງປ້ອງກັນປະເທດຢ່າງເຂັ້ມງວດ. ໝາກຜົນແຫ່ງການຕໍ່ສູ້ຕ້ານອາດຊະຍາກຳການຄ້າເຖື່ອນ, ການສໍ້ໂກງດ້ານການຄ້າ ແລະສິນຄ້າປອມຂອງທະຫານຊາຍແດນ ໄດ້ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພໃນສັງຄົມແບບຍືນຍົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດຂອງປະເທດ... ບັນດາກຳລັງທີ່ກ່ຽວຂ້ອງຕ້ອງສະແດງໃຫ້ເຫັນບົດບາດແກ່ນສານ, ໃນນັ້ນບົນເສັ້ນຊາຍແດນກຳລັງທະຫານຊາຍແດນມີບົດບາດສຳຄັນພິເສດ, ຕ້ອງປະຕິບັດໜ້າທີ່ຂອງຕົນເປັນຢ່າງດີ, ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງທີ່ກ່ຽວຂ້ອງ, ບັນດາທ້ອງຖິ່ນ ເພື່ອສືບຕໍ່ຕໍ່ສູ້ຢ່າງມີປະສິດທິຜົນໃນວຽກງານຕ້ານການຄ້າເຖື່ອນ, ການສໍ້ໂກງດ້ານການຄ້າ, ຂົນສົ່ງສິນຄ້າຂ້າມຊາຍແດນຢ່າງຜິດກົດໝາຍ.

 

ແປໂດຍ: ທູຮັ່ງ