ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ , ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ  ປະຈຳສະຫະປະຊາຊາດ, ຊີ້ແຈ້ງວ່າ: ຫວຽດນາມ ຍາມໃດກໍ່ມີແຜນນະໂຍບາຍແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982. ຫວຽດນາມ ຊົມເຊີຍຄວາມມານະພະຍາຍາມລວມຂອງບັນດາປະເທດທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງທະເລຕາເວັນອອກກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາແບບຍືນຍົງ, ໃນນັ້ນມີການເຈລະຈາກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

leftcenterrightdel
ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ,  ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ  ປະຈຳສະຫະປະຊາຊາດ. ພາບ: baophapluat.vn.

ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກທັງໝົດຕ້ອງເຄົາລົບບັນດາຂໍ້ກໍານົດຂອງ UNCLOS 1982 ຢ່າງຄົບຖ້ວນ, ເຄົາລົບບັນດາວິວັດທະນາການທາງການທູດ ແລະນິຕິກໍາ, ຊຸກຍູ້ການນໍາໃຊ້ທະເລ ແລະມະຫາສະໝຸດແບບຍືນຍົງ, ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ບັນດາເຂດທະເລ, ຫຼີກລ້ຽງບັນດາການເຄື່ອນໄຫວພຽງລຳພັງຝ່າຍດຽວ, ໃນນັ້ນມີການເຄື່ອນໄຫວຫັນບັນດາໂຄງປະກອບທີ່ພວມຢຶດຄອງເປັນການທະຫານ, ໄປຝືນກັບເປົ້າໝາຍຂອງ UNCLOS 1982, ສ້າງຜົນສະທ້ອນທີ່ຫຍໍ້ທໍ້ເຖິງສິ່ງແວດລ້ອມ ແລະຊັບພະຍາກອນທະເລ, ກໍ່ຄືສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງບັນດາປະເທດຕາມ UNCLOS 1982  ແລະວິວັດທະນາການສ້າງບັນດາກົດແຫ່ງການປະພຶດ. ທ່ານນາງ ຫງວຽນເຟືອງງາ ເນັ້ນໜັກວ່າ, ຫວຽດນາມ ໃຫ້ຄໍາໝັ້ນສັນຍາເຄົາລົບ ແລະປະຕິບັດບັນດາຂໍ້ກໍານົດຂອງ UNCLOS 1982 ຢ່າງຄົບຖ້ວນ, ຮ່ວມມືກັບບັນດາປະເທດ, ອົງການຈັດຕັ້ງສາກົນເພື່ອອະນຸລັກຮັກສາ ແລະພັດທະນາທະເລ ແລະມະຫາສະໝຸດແບບຍືນຍົງ  ເພື່ອອະນາຄົດລວມຂອງມວນມະນຸດ.

 

ແປໂດຍ: ເກື່ອງດັ້ງ