ຂະບວນການແຂ່ງຂັນເດັດຂາດມີໄຊໄດ້ຕິດພັນຢ່າງແໜ້ນແຟ້ນກັບຂະບວນການແຂ່ງຂັນຮັກຊາດ. ເຈື່ອງຊາ ແຂ່ງຂັນໄປພ້ອມກັບທົ່ວປະເທດ ແລະພະນັກງານ, ນັກຮົບ ແລະປະຊາຊົນຢູ່ບັນດາເກາະ, ໝູ່ເກາະໄດ້ແຂ່ງຂັນກັນກາຍເປັນຈຸດວັດທະນາທໍາທີ່ສວຍງາມ.

ເມື່ອໄປຢ້ຽມຢາມ ເຈື່ອງຊາ, ສິ່ງທີ່ເຫັນໄດ້ຢ່າງງ່າຍດາຍນັ້ນແມ່ນບັນດາເກາະລ້ວນແຕ່ມີທັດສະນີຍະພາບທີ່ຂຽວ-ສະອາດ-ງາມຕາ, ພະນັກງານ, ນັກຮົບໄດ້ຮັກສາລະບຽບວິໄນ,  ແບບແຜນ, ພິທີການ, ບຸກຄະລິກຢ່າງເຂັ້ມງວດ. ເຖິງວ່າຢູ່ໃນເງື່ອນໄຂທີ່ຫຍຸ້ງຍາກ, ອາກາດຮ້າຍແຮງ, ລະດູຮ້ອນແກ່ຍາວ, ລະດູຝົນມີພະຍຸລົມແຮງປະສົມປະສານກັບນໍ້າທະເລຍຶ່ງຂຶ້ນສູງກໍ່ຕາມ, ແຕ່ພະນັກງານ, ນັກຮົບຢູ່ບັນດາເກາະຍາມໃດກໍ່ແກ້ໄຂຄວາມຫຍຸ້ງຍາກ, ສາມັກຄີກັນ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍໄດ້ເປັນຢ່າງດີ. ບັນດາຂະບວນການແຂ່ງຂັນໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ຕິດພັນກັບການປະຕິບັດໜ້າທີ່ການເມືອງ ແລະລັກສະນະສະເພາະຂອງແຕ່ລະເກາະ. ຈຸດພິເສດທີ່ປະທັບໃຈແມ່ນຢູ່ບັນດາເກາະ, ໝູ່ເກາະຂອງເມືອງເກາະ ເຈື່ອງຊາ ລ້ວນແຕ່ມີຕາຕະລາງໃຫ້ຄະແນນແຂ່ງຂັນໃນທຸກໆວັນຂອງແຕ່ລະໝວດ, ຫ້ອງ, ຄະນະເພື່ອສ້າງກໍາລັງໜູນ, ບັນຍາກາດເພື່ອໃຫ້ພະນັກງານ, ນັກຮົບມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ສູ້ຊົນ.

leftcenterrightdel
ຄໍາຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານ ໂຮ່ຈິມິນ. ເອກະສານຕົ້ນສະບັບຢູ່ຫໍພິພິທະພັນ ໂຮ່ຈິມິນ. ພາບ: tuyengiao.vn.

ຊາບຊຶມຄໍາສັ່ງແນະນຳຂອງຂັ້ນເທິງໃນວຽກງານຝຶກແອບ, ກຽມພ້ອມສູ້ຮົບ ແລະແຂ່ງຂັນສ້າງຜົນງານໃນຂະບວນການ “ຝຶກແອບເກັ່ງ”, ພະນັກງານ, ນັກຮົບຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງໜ້າທີ່ປົກປັກຮັກສາອຳນາດອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດໃນສະພາບການໃໝ່, ເຊີດຊູລັກສະນະເປັນເຈົ້າການໃນການຝຶກແອບ, ເປັນເຈົ້າຂອງອາວຸດຍຸດທະພັນປະເພດຕ່າງໆ. ໃນນັ້ນ, ເກາະ ເຈື່ອງຊາດົງ ມີໝາກຜົນແຫ່ງການຝຶກແອບ 100% ເນື້ອໃນບັນລຸໄດ້ລະດັບດີ, ເກັ່ງ, ຮັບປະກັນຄວາມປອດໄພໃຫ້ແກ່ຊີວິດ ແລະອາວຸດຍຸດທະພັນ. ປີ 2017, ເກາະ ເຈື່ອງຊາດົງ ໄດ້ຮັບນາມມະຍົດ “ກົມກອງຝຶກແອບເກັ່ງ” ໂດຍກອງບັນຊາການເຫຼົ່າທັບເຮືອມອບໃຫ້.  ກໍ່ໃນປີ 2017, ໝູ່ເກາະມີ 3 ໝູ່ຄະນະ, 12 ບຸກຄົນໄດ້ຮັບການຍ້ອງຍໍຈາກຂັ້ນເທິງ; ໝູ່ເກາະບັນລຸໄດ້ນາມມະຍົດ “ກົມກອງເດັດຂາດມີໄຊ” ແລະໄດ້ຮັບໃບຍ້ອງຍໍແມ່ນກົມກອງມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊໄລຍະ 2012-2017 ໂດຍກອງບັນຊາການເຫຼົ່າທັບເຮືອມອບໃຫ້.

ຕາມທ່ານພັນໂທ ເຈິ່ນມີງດຶກ, ຫົວໜ້າການເມືອງເກາະ ເຈື່ອງຊາດົງ ແລ້ວ, ກໍານົດທິດການແຂ່ງຂັນເດັດຂາດມີໄຊແມ່ນໜ້າທີ່ສໍາຄັນ, ສະນັ້ນນັບແຕ່ຕົ້ນປີ, ກົມກອງໄດ້ຊາບຊຶມບັນດາເນື້ອໃນ, ມາດຕະຖານການແຂ່ງຂັນໃຫ້ພະນັກງານ, ນັກຮົບແຕ່ລະຄົນ; ຈັດຕັ້ງການປຸກລະດົມກັບເນື້ອໃນ, ມາດຕະຖານໃຫ້ໃກ້ຊິດຕິດແທດກັບເງື່ອນໄຂພຶດຕິກໍາຕົວຈິງຂອງເກາະ. ຄຽງຂ້າງນັ້ນ, ວຽກງານຍ້ອງຍໍ, ຊົມເຊີຍ, ແຜ່ຂະຫຍາຍແບບຢ່າງດີເດັ່ນກໍ່ໄດ້ຮັບການປະຕິບັດເປັນຢ່າງດີ.

ຮ່ວມແຂ່ງຂັນໄປພ້ອມກັບ ເຈື່ອງຊາດົງ, ພະນັກງານ, ນັກຮົບຢູ່ ເກາະ ຟານວີງ ໄດ້ຜັນຂະຫຍາຍປະຕິບັດຫຼາຍຂະບວນການ, ປະຕິບັດແຜນການຂອງຂັ້ນເທິງກ່ຽວກັບການກໍ່ສ້າງຮູບແບບ “ກົມກອງດີເດັ່ນ 3 ຢ່າງ” ຢ່າງເຂັ້ມງວດ, ລວມມີ: ດີເດັ່ນກ່ຽວກັບການປະຕິບັດສໍາເລັດໜ້າທີ່ການເມືອງເປັນຢ່າງດີ; ຮັກສາລະບຽບວິໄນຢ່າງເຂັ້ມງວດ ແລະມີຄວາມປອດໄພ. ທ່ານພັນເອກ ເຈິ່ນຍືຫາຍ, ຜູ້ບັນຊາການເກາະ ຟານວີງ ຢັ້ງຢືນວ່າ: “ເລື່ອງກໍ່ສ້າງ “ກົມກອງດີເດັ່ນ 3 ຢ່າງ” ໄດ້ຕິດພັນກັບການກໍ່ສ້າງກົມກອງເຂັ້ມແຂງຮອບດ້ານ, ບັນດາອົງການຈັດຕັ້ງພັກປອດໄສເຂັ້ມແຂງ; ໂຄສະນາແຜ່ຂະຫຍາຍແບບຢ່າງວຽກດີຄົນເດັ່ນ. ບັນດາການເຄື່ອນໄຫວແຂ່ງຂັນທີ່ມີຄວາມຟົດຟື້ນມ່ວນຊື່ນລະຫວ່າງບັນດາກົມກອງໄດ້ນໍາເອົາຂະບວນການແຂ່ງຂັນເປັນກໍາລັງໜູນຊຸກຍູ້ກົມກອງປະຕິບັດໃຫ້ສໍາເລັດໜ້າທີ່ການເມືອງເປັນຢ່າງດີ”.

ແປໂດຍ: ຫງວຽນກຸກ