ໃນຫຼາຍປີຜ່ານມາ, ພ້ອມກັບການປະຕິບັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບເປັນຢ່າງດີ, ສະເລ່ຍແຕ່ລະປີ, ກຳລັງທະຫານລາດທະເລເທດສະບານຕາແສງ ທີ້ງລອງ, ເມືອງ ຫາຍເຮົ້າ (ແຂວງ ນາມດີ້ງ) ໄດ້ເຂົ້າຮ່ວມພ້ອມກັບກຳລັງຕຳຫຼວດ, ທະຫານຊາຍແດນຈັດຕັ້ງການລາດຕະເວນ, ກວດກາຢູ່ເຂດທະເລນັບຫຼາຍສິບເທື່ອ, ພົບເຫັນໂດຍທັນທີ, ແຈ້ງໃຫ້ອົງການທີ່ກ່ຽວຂ້ອງແກ້ໄຂບັນດາພາຫະນະຕ່າງປະເທດລະເມີດອະທິປະໄຕເຂດທະເລ, ບັນດາພາຫະນະທີ່ນຳໃຊ້ໄຟຟ້າໃນການຫາສິນທະເລ, ທຳລາຍເຂດຫາປາ... ກຳລັງທະຫານລາດເທດສະບານຕາແສງ ທີ້ງລອງ ໄດ້ກາຍເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈ ເພື່ອໃຫ້ຊາວປະມົງອຸ່ນອ່ຽນໃຈໄປຫາປາຢູ່ທະເລ.

ຕໍ່ໄປນີ້ແມ່ນຮູບພາບຈຳນວນໜຶ່ງກ່ຽວກັບການເຄື່ອນໄຫວຂອງກຳລັງທະຫານລາດທະເລເທດສະບານຕາແສງ ທີ້ງລອງ.

leftcenterrightdel
ຝຶກແອບລາຍການຍິງປືນ. ພາບ: ແຄ໋ງຈີ.
leftcenterrightdel
ສົມທົບກັບທະຫານຊາຍແດນໃນການປົກປັກຮັກສາຝັ່ງທະເລ. ພາບ: ແຄ໋ງຈີ.
leftcenterrightdel
ທະຫານລາດທະເລເທດສະບານຕາແສງ ທີ້ງລອງ ຈັດຕັ້ງການລາດຕະເວນຢູ່ແຄມທະເລ. ພາບ: ແຄ໋ງຈີ.

 

ແປໂດຍ: ທູຮັ່ງ