ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຢືນຢັນວ່າ: ຫວຽດນາມມີພະຍານຫຼັກຖານປະຫວັດສາດ ແລະນິຕິທຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອຳນາດອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ ສອດຄ່ອງກັບກົດໝາຍສາກົນ. ທຸກການເຄື່ອນໄຫວຂອງໄຕ້ຫວັນ ຢູ່ໝູ່ເກາະເຈື່ອງຊາ ຂອງຫວຽດນາມ ໄດ້ລະເມີດອຳນາດອະທິປະໄຕຜືນແຜ່ນດິນຂອງຫວຽດນາມ ສຳລັບໝູ່ເກາະແຫ່ງນີ້ຢ່າງແຮງ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ກໍ່ຄວາມເຄັ່ງຕຶງ ແລະເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມເດັດດ່ຽວຄັດຄ້ານ ແລະຮຽກຮ້ອງໄຕ້ຫວັນ  ບໍ່ມີການກະທຳຄ້າຍຄືກັນອີກ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: news.zing.vn.

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງກຸ່ມບັນດາປະເທດ ອາຊີ-ປາຊີຟິກ ຢູ່ ສະຫະປະຊາຊາດ (ສປຊ) ໃນວັນທີ 25 ພຶດສະພາ ໄດ້ເຫັນດີເປັນເອກະພາບສະເໜີຫວຽດນາມ ເຂົ້າໃນຕໍາແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  ໃຫ້ຮູ້ວ່າ:

“ວັນທີ 25 ພຶດສະພາ ຫວ່າງແລ້ວນີ້, ທີ່ກອງປະຊຸມຂອງກຸ່ມບັນດາປະເທດອາຊີ-ປາຊີຟິກ ຢູ່ ສປຊ ໄດ້ເຫັນດີເປັນເອກະພາບສະເໜີ ຫວຽດນາມເຂົ້າໃນຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ທີ່ການເລືອກຕັ້ງຈະຖືກຈັດຂຶ້ນໃນເດືອນມິຖຸນາ ປີ 2019. ເລື່ອງກຸ່ມບັນດາປະເທດອາຊີ-ປາຊີຟິກ ຢູ່ ສປຊ ໄດ້ເຫັນດີເປັນເອກະພາບສະເໜີ ຫວຽດນາມແມ່ນການສະແດງໃຫ້ເຫັນການສະໜັບສະໜູນ ແລະຄວາມໄວ້ເນື້ອເຊື່ອໃຈສູງຂອງບັນດາປະເທດໃນພາກພື້ນສຳລັບບົດບາດ ແລະກຳລັງຄວາມສາມາດຂອງຫວຽດນາມ”.

ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ທັດສະນະຂອງຫວຽດນາມ ກ່ຽວກັບບັນດາການຜັນແປໃນໄລຍະມໍ່ໆມານີ້ທີ່ກ່ຽວຂ້ອງເຖິງແຫຼມເກົາຫຼີ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ:

“ຫວຽດນາມ ຊົມເຊີຍ ແລະສະໜັບສະໜູນເລື່ອງບັນດາຝ່າຍກ່ຽວຂ້ອງສືບຕໍ່ເສີມຂະຫຍາຍບັນດາໝາກຜົນຕັ້ງໜ້າ ເຊິ່ງບັນລຸໄດ້ໃນໄລຍະຜ່ານມາ, ເພີ່ມທະວີການຮ່ວມມືກໍ່ສ້າງແຫຼມເກົາຫຼີ ໃຫ້ປອດນິວເຄຼຍ, ສ້າງພື້ນຖານໝັ້ນຄົງໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ ແຫຼມເກົາຫຼີ, ຢູ່ພາກພື້ນ ແລະໃນໂລກ.”

 

ແປໂດຍ: ຮຸຍດົງ