leftcenterrightdel
                       ບັນຍາກາດທີ່ການເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ. 

ສອງແຂວງ ກວາງບິ່ງ ແລະສະຫວັນນະເຂດ ໄດ້ຮັກສາການພົວພັນຮ່ວມມືໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຊາຍແດນລະຫວ່າງອໍານາດການປົກຄອງທຸກຂັ້ນ, ບັນດາກໍາລັງສະເພາະກິດເປັນຢ່າງດີ; ຮັກສາລະບອບການເຈລະຈາຂັ້ນແຂວງເປັນປະຈໍາປີກໍ່ຄືກໍາລັງເຈົ້າໜ້າທີ່ກ່ຽວຂ້ອງ. ເສັ້ນຊາຍແດນລະຫວ່າງສອງແຂວງໄດ້ຮັບການປົກປັກຮັກສາຄວາມປອດໄພ,  ຄວາມໝັ້ນຄົງດ້ານການເມືອງ-ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃນບໍລິເວນຊາຍແດນຍາມໃດກໍ່ໄດ້ຮັກສາໄວ້ຢ່າງໝັ້ນຄົງ. ສອງແຂວງເພີ່ມທະວີການຜັນຂະຫຍາຍວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມກົດໝາຍວ່າດ້ວຍຊາຍແດນແຫ່ງຊາດໃຫ້ແກ່ພະນັກງານ, ປະຊາຊົນສອງຟາກຊາຍແດນກໍາແໜ້ນ ແລະປະຕິບັດຕາມກົດໝາຍຂອງແຕ່ລະປະເທດຢ່າງເຂັ້ມງວດຜ່ານບັນດາຮູບການຕ່າງໆດ້ວຍຫຼາຍຮູບຫຼາຍແບບ, ອຸດົມສົມບູນ. ອໍານາດການປົກຄອງທຸກຂັ້ນຂອງສອງແຂວງໄດ້ມີບັນດາແຜນນະໂຍບາຍ, ມາດຕະການລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ບໍລິເວນຊາຍແດນ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນສອງຟາກຊາຍແດນໃຫ້ດີຂຶ້ນ.

leftcenterrightdel
         ບັນຍາກາດທີ່ພິທີລົງນາມໃນບົດບັນທຶກຮ່ວມມື. ພາບ: ສໍານັກຂ່າວສານຫວຽດນາມ.

ບົນພື້ນຖານນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບລົງນາມໃນບົດບັນທຶກຮ່ວມມືໃນໄລຍະຈະມາເຖິງ; ໃນນັ້ນ, ເນັ້ນໜັກວ່າ: ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງອໍານາດການປົກຄອງທຸກຂັ້ນ ແລະກໍາລັງຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຢ່າງແໜ້ນແຟ້ນ, ເປັນປະຈໍາ ແລະມີປະສິດທິຜົນ; ໂຄສະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມວຽກງານປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຍົກສູງຈິດໃຈມີສະຕິລະວັງຕົວ, ຕັ້ງໜ້າສະກັດກັ້ນ, ຕ້ານ, ເປີດໂປງອາດຊະຍາກໍາໃນບໍລິເວນຊາຍແດນຢ່າງຕັ້ງໜ້າ.

 

ແປໂດຍ: ຫງວຽນກຸກ