ຫວຽດນາມມີຫຼັກຖານດ້ານນິຕິທຳ ແລະພະຍານຫຼັກຖານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອຳນາດອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮວ່າງຊາ ແລະເຈື່ອງຊາຂອງຫວຽດນາມ ທີ່ສອດຄ່ອງກັບກົດໝາຍສາກົນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: news.zing.vn.

ເລື່ອງຈີນໃຫ້ເຮືອບິນຖິ້ມລະເບີດດຳເນີນການເຄື່ອນໄຫວຝຶກຊ້ອມດ້ານການທະຫານຢູ່ໝູ່ເກາະ ຮວ່າງຊາ ຂອງຫວຽດນາມ ໄດ້ລະເມີດອຳນາດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະຮວ່າງຊາ ຢ່າງຮ້າຍແຮງ, ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາ ຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາຢູ່ທະເລລະຫວ່າງ ຫວຽດນາມ-ຈີນ, ລະເມີດຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກລະຫວ່າງອາຊຽນ-ຈີນ (DOC), ສົ່ງຜົນສະທ້ອນຫຍໍ້ທໍ້ຕໍ່ວິວັດການເຈລະຈາລະຫວ່າງອາຊຽນ ແລະຈີນ ເພື່ອແນໃສ່ສ້າງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC), ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ ແລະກໍ່ຄວາມຂາດສະຖຽນລະພາບຢູ່ພາກພື້ນ.

ຫວຽດນາມ ຮຽກຮ້ອງໃຫ້ຈີນ ຈົ່ງຢຸດຕິການກະທຳດັ່ງກ່າວໃນທັນທີ, ບໍ່ໄດ້ດຳເນີນຫັນເປັນການທະຫານ, ເຄົາລົບອຳນາດອະທິປະໄຕຂອງຫວຽດນາມສຳລັບໝູ່ເກາະຮວ່າງຊາ ຂອງຫວຽດນາມ ຢ່າງເຂັ້ມງວດ, ປະຕິບັດຕາມຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳການແກ້ໄຂບັນຫາຢູ່ທະເລລະຫວ່າງຫວຽດນາມ-ຈີນ, ຖະແຫຼງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືໃນພາກພື້ນ.

 

ແປໂດຍ: ຮຸຍດົງ