ວັນທີ 8 ພຶດສະພາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ມູນຂ່າວສານໃນສື່ມວນຊົນຕ່າງປະເທດທີ່ກ່ຽວຂ້ອງເຖິງເລື່ອງ ຈີນ ຈັດວາງລູກສອນໄຟຢູ່ບັນດາເກາະ ເຊິ່ງປະເທດນີ້ໄດ້ກໍ່ສ້າງຢ່າງຜິດກົດໝາຍຢູ່ໝູ່ເກາະເຈື່ອງຊາຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ກ່າວວ່າ: “ຫວຽດນາມມີພະຍານຫຼັກຖານປະຫວັດສາດ ແລະພື້ນ ຖານນິຕິທຳຢ່າງຄົບຖ້ວນເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ” ສອດຄ່ອງກັບກົດໝາຍສາກົນ. 

leftcenterrightdel
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: news.zing.vn.

ຫວຽດນາມ ວິຕົກກັງວົນຕໍ່ບັນດາຂໍ້ມູນຂ່າວສານດັ່ງກ່າວ ແລະຢືນຢັນວ່າທຸກການເຄື່ອນໄຫວຫັນເປັນການທະຫານ, ລວມທັງເລື່ອງຈັດວາງລູກສອນໄຟຢູ່ໝູ່ເກາະ ເຈື່ອງຊາ ແມ່ນການລະເມີດອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະເຈື່ອງຊາ ຢ່າງຮ້າຍແຮງ, ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານໃນການຊີ້ນຳແກ້ໄຂບັນຫາບົນທະເລລະຫວ່າງຫວຽດນາມ ແລະ ຈີນ, ລະເມີດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກລະຫວ່າງອາຊຽນ ແລະ ຈີນ (DOC), ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ.

ຫວຽດນາມ ສະເໜີຝ່າຍ ຈີນ ໃນຖານະແມ່ນປະເທດມະຫາອຳນາດຢູ່ໃນພາກພື້ນ ແລະໂລກ, ສະແດງຄວາມຮັບຜິດຊອບໃນເລື່ອງຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ບໍ່ດຳເນີນການຫັນເປັນການທະຫານ, ຖອນບັນດາອາວຸດຍຸດທະພັນທີ່ໄດ້ຜັນຂະຫຍາຍຢ່າງຜິດກົດໝາຍຢູ່ບັນດາເກາະທີ່ຂ້ຶນກັບອະທິປະໄຕຂອງຫວຽດນາມ, ເຄົາລົບອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະ ຮວ່າງຊາ ແລະເຈ່ື່ອງຊາ

 

ແປໂດຍ: ຮຸຍດົງ