ດ້ວຍການສະແດງ, ພົບປະແລກປ່ຽນກັບພະນັກງານ, ນັກຮົບ, ປະຊາຊົນຢູ່ໝູ່ເກາະ ກວ່າ 20 ເທື່ອ, ບັນດານັກຮ້ອງ ຄື: ງອັກກວິ່ງ, ວັນເທ໋, ມີ໊ຮືງ, ວັນຕູ໋; ບັນດານັກສະແດງຟ້ອນ ຮວ່ຽນຈາງ, ທູຖາວ ແລະນັກເສບ ຈີ໋ຕ໋ວຽນ... ໄດ້ສະແດງບັນດາລາຍການທີ່ເປັນເອກະລັກສະເພາະ, ສ້າງຄວາມປະທັບໃຈທີ່ດີຫຼາຍຢ່າງໃຫ້ແກ່ຜູ້ຊົມ. ບັນດານັກສິລະປິນ - ນັກຮົບຂອງກອງສິລະປະກອນລ້ວນແຕ່ມີຄວາມຄິດຄືທ່ານພັນຕີ ຮວ່າງຫງອກກວິ່ງ ທີ່ວ່າ: “ພວກຂ້າພະເຈົ້າຈະສືບຕໍ່ມາເຈື່ອງຊາ ແລະຈະຂັບຮ້ອງບົດເພງຍ້ອງຍໍທະເລຕະຫຼອດໄປ!".

ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວສະແດງຂອງກອງສິລະປະກອນທະຫານເຂດ 2 ຢູ່ໝູ່ເກາະ ເຈື່ອງຊາ.

leftcenterrightdel
ນັກສະແດງຂອງກອງສິລະປະກອນທະຫານເຂດ 2 ພ້ອມກັບພະນັກງານ, ນັກຮົບ ເກາະ ຊີງຕົ່ນ ຂັບຮ້ອງບົດເພງກ່ຽວກັບ ເຈື່ອງຊາ. ພາບ: ມີງຢຸຍ.
leftcenterrightdel
ຂັບຮ້ອງໃນບັນຍາກາດອາກາດຂຽວສົດໃສ ຢູ່ເກາະ ຊີງຕົ່ນ. ພາບ: ມີງຢຸຍ.
leftcenterrightdel
ຂັບຮ້ອງພ້ອມກັບພະນັກງານ, ນັກຮົບ ຢູ່ເກາະ ໂກລີນ. ພາບ: ມີງຢຸຍ.
leftcenterrightdel
ນັກຮ້ອງ ເຈິ່ນວັນຕູ໋ ຂັບຮ້ອງພ້ອມກັບນັກຮົບທະຫານເຮືອ ຢູ່ເກາະ ນາມອ໋ຽດ. ພາບ: ມີງຢຸຍ.

 

ແປໂດຍ: ເຈິ່ນຮວ່ຽນ