ພາຍຫຼັງໄລຍະເດີນທະເລເປັນເວລາ 10 ມື້, ເຖິງວ່າດິນຟ້າອາກາດບໍ່ດີ, ພາຍຸລົມແຮງກໍ່ຕາມ, ແຕ່ດ້ວຍການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາພາກສ່ວນ, ວຽກງານຮັບປະກັນ ແລະການເດີນທາງກໍ່ໄດ້ດໍາເນີນຖືກຕາມແຜນການທີ່ໄດ້ວາງອອກ. ການຮັບສົ່ງຜູ້ແທນຢູ່ບັນດາເກາະທີ່ຂຶ້ນກັບໝູ່ເກາະ ເຈື່ອງຊາ ແລະຮ້ານເວນຍາມ DK1, ລວມມີ: ໂກລິນ, ນຸຍແລ, ນາມອຽດ... ຮ້ານເວນຍາມ DK1/7... ໄດ້ປະຕິບັດສໍາເລັດຜົນ ແລະປອດໄພ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການຢ້ຽມຢາມຢູ່ໝູ່ເກາະ ເຈື່ອງຊາ ຖ່າຍຮູບເປັນທີ່ລະນຶກ. ພາບ: ເຮືອງນາມ.

ທີ່ພິທີສະຫຼຸບໃນວັນທີ 16 ເມສາ, 15 ບົດກະວີ - ບົດເພງ - ຮູບພາບທີ່ມ່ວນ, ສ້າງຄວາມດູດດື່ມເຊິ່ງໄດ້ປະດິດແຕ່ງໃນການເດີນທາງຄັ້ງນີ້ໄດ້ຮັບລາງວັນການແຂ່ງຂັນໂດຍຄະນະປະຕິບັດງານປຸກລະດົມກ່ອນທີ່ເດີນທາງ. ເຫຼົ່າທັບເຮືອກໍ່ໄດ້ມອບ 28 ຫຼຽນກາລະນຶກ ເພື່ອພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະບ້ານເກີດເມືອງນອນ ແລະມອບ 160 ກາໝາຍນັກຮົບ ເຈື່ອງຊາ ໃຫ້ບັນດາຜູ້ແທນ.

 

ແປໂດຍ: ເກື່ອງດັ້ງ