ຄະນະປະຕິບັດງານໄດ້ໄປຢ້ຽມຢາມສໍານັກງານຄະນະກໍາມະການປະຊາຊົນ, ບັນດາກິດຈະກຳວັດທະນະທໍາ, ບ່ອນກິນຢູ່, ດໍາເນີນຊີວິດ, ຮໍ່າຮຽນ ແລະປະຕິບັດງານຂອງທະຫານ; ຢ້ຽມຢາມໂຮງຮຽນ, ສຸກສາລາ ແລະບັນດາຄອບຄົວຢູ່ເທິງເກາະ. ທີ່ເຂດທະເລບັນດາເກາະ ກາກມາ, ໂກລິນ, ແລນດາວ... ຄະນະປະຕິບັດງານພ້ອມດ້ວຍເຫຼົ່າທັບເຮືອໄດ້ຈັດຕັ້ງພິທີອາໄລຫາບັນດາພະນັກງານ, ທະຫານເຮືອກອງທັບປະຊາຊົນຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ເຂດໄຫຼ່ທະວີບຂອງປະເທດຊາດ.

ບັນດາການເຄື່ອນໄຫວຂອງຄະນະປະຕິບັດງານກົມໃຫຍ່ການເມືອງ ໄດ້ດໍາເນີນກົງກັບໂອກາດສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍເຈື່ອງຊາ, ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ, ປຸກລຸກຄວາມເອກອ້າງທະນົງໃຈ, ຕໍ່ກໍາລັງແຮງໃຫ້ແກ່ທະຫານ ແລະປະຊາຊົນຢູ່ເທິງໝູ່ເກາະ ເຈື່ອງຊາ ສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ, ຄວາມສາມັກຄີ, ສະຫງ່າຜ່າເຜີຍ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການກໍ່ສ້າງໝູ່ເກາະໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ປົກປັກຮັກສາອະທິປະໄຕທະເລໝູ່ເກາະ, ເຂດໄຫຼ່ທະວີບອັນສັກກາລະບູຊາຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.

ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານກົມໃຫຍ່ການເມືອງຢູ່ໝູ່ເກາະ ເຈື່ອງຊາ.

leftcenterrightdel
ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ມອບຂອງຂວັນໃຫ້ປະຊາຊົນ ແລະເຈົ້າອາວາດວັດ ຊອງຕື້ໄຕ. ພາບ: ຊວນດຶກ.
leftcenterrightdel
ຫົວໜ້າຄະນະປະຕິບັດງານກວດກາປຶ້ມບັນທຶກວຽກງານພັກ, ວຽກງານການເມືອງຢູ່ເກາະ ຊິງໂຕນ. ພາບ: ຊວນດຶກ.
leftcenterrightdel
ຄະນະປະຕິບັດງານຈັດຕັ້ງພິທີອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດຢູ່ເຂດທະເລ ກາກມາ. ພາບ: ຊວນດຶກ.
leftcenterrightdel
ຫົວໜ້າຄະນະປະຕິບັດງານຮັບທຸງຊາດໂດຍທະຫານ ແລະປະຊາຊົນເກາະ ເຈື່ອງຊາ ມອບໃຫ້ຫໍພິພິທະພັນປະຫວັດສາດກອງທັບຫວຽດນາມ. ພາບ: ຊວນດຶກ.
leftcenterrightdel

ບັນດາສະມາຊິກໃນຄະນະຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈທະຫານເຮືອ. ພາບ: ຊວນດຶກ.

 

ແປໂດຍ: ຮວ່າງເຈື່ອງ