ງານວາງສະແດງຫົວເລື່ອງສະເພາະດ້ວຍຮູບພາບ, ເອກະສານ 171 ສະບັບ, ເຊິ່ງແມ່ນບັນດາເອກະສານຫັນ-ໂນມຂອງຫວຽດນາມ ໂດຍລາດຊະວົງສັກດິນາ ເລ, ຈິ້ງ ແລະຫງວຽນ ປະກາດໃຊ້ແຕ່ສັດຕະວັດທີ 16 ເຖິງສັດຕະວັດທີ 19.  ບັນດາເອກະສານບໍລິຫານຂອງອໍານາດການປົກຄອງ ສາທາລະນະລັດ ຫວຽດນາມ ຢູ່ພາກໃຕ້ຫວຽດນາມ ທີ່ປະກາດໃຊ້ໃນໄລຍະ 1954-1975 ສືບຕໍ່ຢືນຢັນວິວັດການຄຸ້ມຄອງບໍລິຫານ, ປະຕິບັດ ແລະປົກປັກຮັກສາອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ.

leftcenterrightdel
ນັກຮຽນເມືອງ ລາກຖຸຍ ຢ້ຽມຊົມງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ.

ແຜນທີ່ 65 ແຜ່ນທີ່ຢັ້ງຢືນອະທິປະໄຕຂອງຫວຽດນາມ ສໍາລັບໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ ໂດຍຫວຽດນາມ, ຝ່າຍຕາເວັນຕົກ ປະກາດ ແຕ່ສັດຕະວັດທີ XVII ເຖິງປັດຈຸບັນ. ໃນນັ້ນມີແຜນທີ່ Atlas  4 ແຜ່ນ, ແຜນທີ່ 30 ແຜ່ນ ໂດຍບັນດາລັດຂອງ ຈີນ ພິມຈໍາໜ່າຍ ແລະຈໍາໜ່າຍຢ່າງເປັນທາງການຜ່ານບັນດາໄລຍະປະຫວັດສາດໄດ້ສະແດງໃຫ້ເຫັນວ່າ ຈີນ ບໍ່ໄດ້ຄຸ້ມຄອງໝູ່ເກາະ ຮວ່າງຊາ ແລະເຈື່ອງຊາ ເຊິ່ງເຂົາເຈົ້າເອີ້ນວ່າ Xisha ແລະ Nansha ແລະ ຮຽກຮ້ອງອະທິປະໄຕ ສໍາລັບສອງໝູ່ເກາະນີ້.

ງານວາງສະແດງຄັ້ງນີ້ຈະດໍາເນີນເຖິງວັນທີ 14 ເມສາ.

ແປໂດຍ: ຮວ່າງເຈື່ອງ