ຢູ່ເທິງບັນດາເກາະ, ຮ້ານເວນຍາມ, ພາຍຫຼັງຮັບຟັງຜູ້ບັນຊາການກົມກອງລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່ປີ 2017 ແລະ 3 ເດືອນຕົ້ນປີ 2018, ຄະນະປະຕິບັດງານໄດ້ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຜົນງານຂອງພະນັກງານ, ນັກຮົບ, ປະຊາຊົນບັນດາເກາະ, ຮ້ານເວນຍາມ, ກໍາປັ່ນເວນຍາມ ບັນລຸໄດ້ໃນປີ 2017 ແລະໄຕມາດທີ I ປີ 2018, ພ້ອມທັງຊີ້ອອກບາງຂໍ້ຄົງຄ້າງ, ຂໍ້ຈໍາກັດຕ້ອງໄດ້ແກ້ໄຂແນໃສ່ຮັບປະກັນໃຫ້ກົມກອງປະຕິບັດສຳເລັດໜ້າທີ່ປີ 2018.

ຄະນະປະຕິບັດງານໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ ແລະມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບພວມເຮັດໜ້າທີ່ຢູ່ຕາມບັນດາເກາະ, ຮ້ານເວນຍາມ, ກໍາປັ່ນເວນຍາມ; ປະຊາຊົນດໍາລົງຊີວິດ, ປະຕິບັດງານຢູ່ເຂດເຈື່ອງຊາ. ຄະນະປະຕິບັດງານໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດ, ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈິມິນ...; ຈັດຕັ້ງພິທີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ເສຍສະຫຼະຊີວິດຢູ່ໝູ່ເກາະ ເຈື່ອງຊາ ແລະໄຫຼ່ທະວີບພາກໃຕ້ຂອງປະເທດຊາດ.

leftcenterrightdel
ຄະນະປະຕິບັດງານເຂົ້າຮ່ວມພິທີເຄົາລົບທຸງຊາດຢູ່ເທດສະບານເມືອງ ເຈື່ອງຊາ. ພາບ: ວັນຟອງ.
leftcenterrightdel
ພະນັກງານ, ນັກຮົບທະຫານເຮືອເດີນສວນສະໜາມຢູ່ເທດສະບານເມືອງ ເຈື່ອງຊາ. ພາບ: ວັນຟອງ.
leftcenterrightdel
ທ່ານພົນຈັດຕະວາ ໂງມິງຕ໋ຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ແກ່ທະຫານ ແລະປະຊາຊົນ ຢູ່ເກາະ.  ພາບ: ວັນຟອງ.
leftcenterrightdel
ທ່ານນາງຮ້ອຍຕີ ໂດ໊ຖຸ່ຍເຢືອງ, ກອງສິລະປະກອນ ທະຫານເຂດ 3 ຮ້ອງເພງພ້ອມກັບພວກນ້ອງນັກຮຽນຢູ່ເທດສະບານເມືອງ ເຈື່ອງຊາ. ພາບ: ວັນຟອງ.
leftcenterrightdel
ທ່ານພົນຈັດຕະວາ ໂງມິງຕ໋ຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ມອບຂອງຂວັນໃຫ້ແກ່ທະຫານ ແລະປະຊາຊົນ ຢູ່ເກາະ ຊີງຕົນ. ພາບ: ວັນຟອງ.
leftcenterrightdel
ທ່ານພົນຈັດຕະວາ ຮ່າຕ໋ວນຫວູ໊, ຫົວໜ້າການເມືອງວິທະຍາຄານພະລາທິການມອບຂອງຂວັນໃຫ້ແກ່ພະນັກງານ, ນັກຮົບ ຢູ່ ເກາະຕຽນໜື.  ພາບ: ວັນຟອງ.
leftcenterrightdel
ທ່ານພົນເຮືອຈັດຕະວາ ຫງວຽນຈ້ອງບີ່ງ, ຮອງຜູ້ບັນຊາການຫົວໜ້າເສນາທິການເຫຼົ່າທັບເຮືອມອບຂອງຂວັນຂອງກອງບັນຊາການທະຫານເຮືອໃຫ້ແກ່ພະນັກງານ, ນັກຮົບ ຢູ່ ເກາະດ໋າໄຕ A. ພາບ: ວັນຟອງ.
leftcenterrightdel
ສິ້ນສຸດການປະຕິບັດງານ,  ຄະນະໄດ້ດຳເນີນການສະຫຼຸບ ຢູ່ ກາມແຣງ (ແຂວງ ແຄ໋ງຮ່ວາ). ພາບ: ວັນຟອງ.

 

ແປໂດຍ: ກວຽດເຕິມ